ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ ປະຕິ​ເສດ​ບັນດາຄໍາ​ຮຽກທວງ​ສິດ​ໃນ​ການ​ເດີນ​ເຮືອ​ຂອງ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ

(VOVWORLD) - ລັດຖະບານ ອາເມລິກາ ແລະ ອົດສະຕາລີ ຫາກໍອອກຖະແຫຼງການຮ່ວມກ່ຽວກັບກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ ຄ້ັງທີ 30  ລະຫວ່າງສອງປະເທດ, ໃນນັ້ນ ໄດ້ປະຕິເສດບັນດາຄໍາຮຽກທວງສິດໃນການເດີນເຮືອຂອງ ຈີນ ຢູ່ ທະເລຕາເວັນອອກ.
ອາ​ເມ​ລິ​ກາ ​ແລະ ອົດ​ສະ​ຕາ​ລີ ປະຕິ​ເສດ​ບັນດາຄໍາ​ຮຽກທວງ​ສິດ​ໃນ​ການ​ເດີນ​ເຮືອ​ຂອງ ຈີນ ຢູ່ ທະ​ເລ​ຕາ​ເວັນ​ອອກ - ảnh 1 (ພາບປະກອບ: ກະຊວງປ້ອງກັນປະເທດ ອົດສະຕາລີ)

        ກອງປະຊຸມປຶກສາຫາລືຖືກຈັດຂຶ້ນຢູ່ນະຄອນຫຼວງ ວໍຊີງຕັນ ໃນວັນທີ 28 ກໍລະກົດ, ລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Mark Esper ພ້ອມກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ Marise Payne ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Linda Reynold ຂອງ ອົດສະຕາລີ. ສອງຝ່າຍໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການກະທໍາບີບບັງຄັບ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນ ອິນເດຍ - ປາຊີຟິກ. ໂດຍມີທັດສະນະຄືກັນກັບຄໍາຕັດສິນຂອງສານ ເມື່ອປີ 2016, ບັນດາລັດຖະມົນຕີຂອງ 2 ກະຊວງຕ່າງກໍຢັ້ງຢືນວ່າ ບັນດາຄໍາຮຽກທວງສິດໃນການເດີນເຮືອຂອງ ຈີນ ແມ່ນບໍ່ມີຄຸນຄ່າຕາມກົດໝາຍສາກົນ. ຕາມນັ້ນແລ້ວ, ຈີນ ບໍ່ອາດຈັດວາງຄໍາຮຽກທວງສິດໃນການເດີນເຮືອຢູ່ທະເລຕາເວັນອອກທີ່ອີງຕາມເສັ້ນທາງ 9 ຕອນ, ສິດປະຫວັດສາດ ຫຼືບັນດາໝູ່ເກາະຢູ່ທະເລຕາເວັນອອກໄດ້ ເພາະວ່າບໍ່ສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຖະແຫຼງການຮ່ວມ ກໍໄດ້ເນັ້ນໜັກເຖິງການຕັດສິນຂອງສານເມື່ອປີ 2016 ວ່າແມ່ນການຕັດສິນສຸດທ້າຍ ແລະ ຜູກມັດສໍາລັບສອງຝ່າຍ ແລະ ຖືວ່າ ບັນດາຄໍາຮຽກທວງສິດຢູ່ທະເລຕາເວັນອອກ ຕ້ອງປະຕິບັດ ແລະ ແກ້ໄຂຕາມກົດໝາຍສາກົນ. ຖະແຫຼງການກໍສະແດງໃຫ້ເຫັນການສະໜັບສະໜູນຂອງ ອາເມລິກາ ແລະ ອົດສະຕາລີສໍາລັບສິດຂອງບັນດາປະເທດທີ່ມີການຖະແຫຼງອະທິປະໄຕມີສິດຂຸດຄົ້ນບັນດາແຫຼ່ງຊັບພະຍາກອນທໍາມະຊາດຢູ່ນອກຝັ່ງຢ່າງຖືກຕ້ອງຕາມກົດໝາຍ ລວມທັງນໍ້າມັນອາຍແກັດ ແລະ ການຈັບຫາສິນໃນນໍ້າຢູ່ທະເລຕາເວັນອອກ ໂດຍບໍ່ຖືກກໍ່ກວນ ຫຼື ບີບບັງຄັບ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ