ອາ​ເມ​ລິ​ກາ ແລະ ອີ​ຢູ ປຶກ​ສາ​ຫາ​ລື​ບັນ​ຫາ​ພະ​ລັງ​ງານ

(VOVWORLD) -    ວັນທີ 29 ເມສາ, ທຳນຽບຂາວ ໃຫ້ຮູ້ວ່າ ຜູ້ຕາງໜ້າຂອງ ອາເມລິກາ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ມີການປະຊຸມຢູ່ນະຄອນຫຼວງ ວໍຊິງຕັນ ເພື່ອປຶກສາຫາລືກ່ຽວກັບແງ່ຫວັງຫັນການສະໜອງແຫຼ່ງອາຍແກັດທຳມະຊາດໃຫ້ ເອີຣົບ ເປັນຫຼາຍຮູບແບບ, ກໍຄືຫຼຸດຜ່ອນຄວາມຕ້ອງການສຳລັບເຊື້ອໄຟຟອດຊິວລົງ.
ອາ​ເມ​ລິ​ກາ ແລະ ອີ​ຢູ ປຶກ​ສາ​ຫາ​ລື​ບັນ​ຫາ​ພະ​ລັງ​ງານ     - ảnh 1ກ່ຳປັ່ນຂົນສົ່ງນ້ຳມັນ (ພາບ: Bloomberg/TTXVN)

ຖະແຫຼງການຂອງທຳນຽບຂາວ ຊີ້ແຈ້ງວ່າ: ວັນທີ 28 ເມສາ, ກຳລັງປະຕິບັດໜ້າທີ່ພິເສດ ອາເມລິກາ - ອີຢູ ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ໄດ້ມີການເຈລະຈາໂດຍກົງຢູ່ ວໍຊິງຕັນ ເພື່ອປຶກສາຫາລືການປະຕິບັດຖະແຫຼງການຮ່ວມ ເມື່ອວັນທີ 25 ມີນາ ລະຫວ່າງ ທ່ານປະທານາທິບໍດີ Joe Biden ແລະ ທ່ານນາງ ປະທານຄະນະກຳມະການເອີຣົບ Ursula von der Leyen. ການເຈລະຈາດັ່ງກ່າວ, ໂດຍທ່່ານ Amos Hochstein ທີ່ປຶກສາຂັ້ນສູງ ຮັບຜິດຊອບດ້ານຄວາມໝັ້ນຄົງພະລັງງານຂອງ ອາເມລິກາ ແລະ ທ່ານ Björn Seibert ຫົວໜ້າຫ້ອງການປະທານ EC ເປັນປະທານ, ໄດ້ຕີລາຄາວ່າ ຄວາມຄືບໜ້າໃນການຫັນແຫຼ່ງສະໜອງອາຍແກັດທຳມະຊາດໃຫ້ ເອີຣົບ ເປັນຫຼາຍຮູບແບບ ແລະ ຄວາມຕ້ອງການອາຍແກັດທຳມະຊາດຂອງທະວີບນີ້ໄດ້ຫຼຸດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ