ອາເມລິກາ ໂຈະການຮັບຮອງເອົາຂໍ້ສະເໜີຍົກເວັ້ນຄຳສັ່ງລົງໂທດ ສປປ.ເກົາຫຼີ

(VOVWORLD) - ວັນທີ 08 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກໂຮມດຳເນີນກອງປະຊຸມເພື່ອປຶກສາຫາລືກ່ຽວກັບຄວາມສາມາດຫລຸດຜ່ອນບັນດາມາດຕະການລົງໂທດສາກົນທີ່ເລັ່ງໃສ່ ສປປ.ເກົາຫຼີ.
ອາເມລິກາ ໂຈະການຮັບຮອງເອົາຂໍ້ສະເໜີຍົກເວັ້ນຄຳສັ່ງລົງໂທດ ສປປ.ເກົາຫຼີ - ảnh 1ທ່ານນາງ Nikki Haley  ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ພາບ: THX/TTXVN 

ກ່ອນໜ້ານັ້ນ, ວັນທີ 07 ພະຈິກ, ລັດເຊຍ ໄດ້ຮຽກຮ້ອງໃຫ້ຈັດຕັ້ງກອງປະຊຸມດັ່ງກ່າວ ພາຍຫລັງທີ່ ບັນດານັກການທູດຂັ້ນສູງຂອງ ອາເມລິກາ, ຈີນ ແລະ ສປປ.ເກົາຫຼີ ໄດ້ເຫັນດີ ດຳເນີນການເຈລະຈາຢູ່ ມົດສະກູ (ລັດເຊຍ) ເມື່ອເດືອນ ຕຸລາ ກ່ຽວກັບຄວາມຕ້ອງການຫລຸດຜ່ອນບັນດາຄຳສັ່ງລົງໂທດໄປຄຽງຄູ່ກັບບັນດາບາດກ້າວເດີນຂອງ ພຽງຢາງ ມຸ່ງໄປເຖິງການປອດນິວເຄຼຍ. ອາເມລິກາ ພ້ອມກັບ ອັງກິດ ແລະ ຝຣັ່ງ ໄດ້ອ້າງເຫດຜົນວ່າ ຕ້ອງຮັກສາບັນດາມາດຕະການລົງໂທດໄວ້ ຈົນເຖິງເວລາທີ່ ສປປ.ເກົາຫຼີ ປະຕິບັດສຳເລັດວິວັດທະນາການລົບລ້າງອາວຸດນິວເຄຼຍທຸກປະເພດ.

ຕອບກັບ

ຂ່າວ/ບົດ​ອື່ນ