ອາເມລິກາ ໄດ້ຖອນທະຫານທັງໝົດ ອອກຈາກ ອັບການິດສະຖານ ແລ້ວ

(VOVWORLD) -ວັນທີ 1 ພຶດສະພາ ແມ່ນຈຸດເວລາທີ່ ອາເມລິກາ ໄດ້ຖອນກຳລັງທະຫານທີ່ຍັງເຫຼືອຂອງຕົນອອກຈາກ ອັບການິດສະຖານ ຢ່າງເປັນທາງການ 
ອາເມລິກາ ໄດ້ຖອນທະຫານທັງໝົດ ອອກຈາກ ອັບການິດສະຖານ ແລ້ວ - ảnh 1ທະຫານອາເມລິກາ ປະຈຳການຢູ່ອັບການິດສຖານ

    ວັນທີ 1 ພຶດສະພາ ແມ່ນຈຸດເວລາທີ່ ອາເມລິກາ ໄດ້ຖອນກຳລັງທະຫານທີ່ຍັງເຫຼືອຂອງຕົນອອກຈາກ ອັບການິດສະຖານ ຢ່າງເປັນທາງການ ເຊິ່ງໄດ້ເປັນການສິ້ນສຸດການສູ້ຮົບຍາວນານທີ່ສຸດ. ແຕ່ການກະທຳດັ່ງກ່າວ ໄດ້ຮັບຖືວ່າ ແມ່ນໄດ້ເປີດອະນາຄົດທີ່ຂາດສະຖຽນລະພາບ ໃຫ້ແກ່ ອັບການິດສະຖານ.

    ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ ການຖອນທະຫານໄດ້ດຳເນີນມາແລ້ວ ແລະ ຈຸດເວລາວັນທີ 1 ພຶດສະພາ ພຽງແຕ່ແມ່ນການສືບຕໍ່ຜັນຂະຫຍາຍປະຕິບັດເທົ່ານັ້ນ. ແຕ່ ວໍຊິງຕັນ ໄດ້ອອກແຈ້ງການໂດຍເນັ້ນໜັກກ່ຽວກັບຈຸດເວລານີ້ ເພາະວ່ານີ້ແມ່ນຈຸດເວລາເສັ້ນຕາຍ ທີ່ໄດ້ເຫັນດີຕົກລົງກັບກຳລັງ ຕາລີບັນ ໃນປີ 2020 ກ່ຽວກັບການຖອນທະຫານ ອາເມລິກາ ອອກຈາກ ອັບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ