ອາເມລິກາກະຕຸກຊຸກຍູ້ບັນດາປະເທດອາຊີ ປະຕິບັດກົດໝາຍສາກົນກ່ຽວກັບທະເລໝູ່ເກາະ

ອາເມລິກາກະຕຸກຊຸກຍູ້ບັນດາປະເທດອາຊີ ປະຕິບັດກົດໝາຍສາກົນກ່ຽວກັບທະເລໝູ່ເກາະ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 12/03, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາຊີ ທີ່​ມີສ່ວນກ່ຽວຂ້ອງ​ເຖິງ​ການ​ພິ​ພາດ​ເຂດ​ບັນດາ​ທະ​ເລ​ໝູ່​ເກາະອີກ​ຄັ້ງ​ໜຶ່ງວ່າ “ຕ້ອງ​ເຄົາລົບ​ກົດໝາຍ​ຢ່າງ​ຄົບ​ຖ້ວນ ​ແບະ ບັນດາຂໍ້​ກຳນົດສາກົນ” ​ເພື່ອ​ຫຼີກ​ຫຼ້ຽງບັນດາ​ການ​ປະ​ທະ​ກັນ. ​ໃນ​ການ​ພົບ​ປະ​ກັບ​ເຈົ້າ​ຊີວິດ ບຣຸ​ໄລ Hassanal Bolkiah ທີ່​ພວມ​ຢູ່​ຢ້ຽມຢາມ​ວໍ​ຊິນ​ຕັນ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ສຸດ​ຍອດ​ປີ 2013 ນີ້ ຢູ່​ບຣຸ​ໄລ ຈະ​ຍົກ​ອອກ​ບັນຫາ​ພິ​ພາດ​ອະທິປະ​ໄຕ, ​ເຂດ​ນ່ານທະ​ເລ ​ເຂົ້າ​ເປັນ​ຈຸດ​ສຸມ​ຂອງ​ໂຄງການ​ດຳ​ເນີນ​ງານ. ກ່ຽວ​ຂ້ອງ​ເຖິງ​ບັນດາ​ພິ​ພາດ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຢູ່​ອາຊີ - ປຊີ​ຟີ​ກ, ​ແຕ່​ວັນ​ທີ 13 – 15/03, ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຈະ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ວົງ​ການ​ນັກ​ຊ່ຽວຊານ ​ໃນ​ກອງ​ປະຊຸມ​ຢູ່​ອາ​ເມ​ລິ​ກາ ​ໂດຍ ສະມາຄົມ​ອາຊີ - ສູນ​ຄົ້ນຄວ້າ ​ແລະ ທາ​ບທາມ​ອັນ​ດັບ​ໜຶ່ງ​ຢູ່​ອາ​ເມ​ລິ​ກາ ກ່ຽວ​ກັບ​ອາຊີ, ສົມທົບ​ກັບ​ໂຮງຮຽນ​ນະ​ໂຍບາຍຍຸດຕິທຳ​ ຫຼີກ​ວາງຢ້າ​ວ ຂອງ​ສິງກະ​ໂປ​ພ້ອມ​ກັນ​ຈັດ​ຕັ້ງ​ຢູ່​ນິວຢອກ. ກອງ​ປະຊຸມ​ສຳ​ມະ​ກາ​ຄັ້ງ​ນີ້​ມີຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ປັດ​ໃຈ​ສຳຄັນໃຫ້​ແກ່​ສັນຕິພາບ ​ແລະ ຄວາມສະຫົບ​ປອດ​ໄພ​ໃນ​ພາກ​ພື້ນ​ອາຊີ - ​ປາຊີ​ຟີ​ກ”, ບັນດາ​ຜູ້​ຊ່ຽວຊານ​ເຂົ້າ​ຮ່ວມ​ກອງປະຊຸມສຳ​ມະ​ນາ ໄຈ້​ແຍກບັນດາ​ຂໍ້​ສັງ​ເກດ​ໂດ​ຍຖື​ວ່າ ການ​ພິ​ພາດ​ຢູ່​ທະເລຕາເວັນອອກ ພວມ​ແມ່ນ​ລູກລະ​ເປີດທີ່​ບໍ່​ທັນ​ແຕກ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແກ້​ໄຂ.

ຂ່າວ/ບົດ​ອື່ນ