ອາເມລິກາກ່າວເຕືອນຈີນເພີ່ມທະວີການເຄື່ອນໄຫວກໍ່ສ້າງຢູ່ທະເລຕາເວັນອອກ

ອາເມລິກາກ່າວເຕືອນຈີນເພີ່ມທະວີການເຄື່ອນໄຫວກໍ່ສ້າງຢູ່ທະເລຕາເວັນອອກ - ảnh 1
ກິດ​ຈະ​ກຳ​ທີ່​ຈີນ​ພວມກໍ່​ສ້າງ​ຢູ່​ເຂດຂຶ້ນ​ກັບ​ເກາະ​ເຈື່ອງ​ຊາ


(vovworld)- ວັນ​ທີ 21/8 ທຳ​ນຽບ 5 ແຈ ໃຫ້​ຮູ້​ວ່າ: ຈີນ ພວມ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ຊຸມ​ເດືອນມໍ່ໆ​ມານີ້ ພ້ອມ​ທັງ​ຍູ້​ແຮງ​ການ​ລາດ​ຕະ​ເວັນ​ບັນ​ດາ​ເຂດ​ທະ​ເລ​ອ້ອມ​ແອ້ມນັ້ນ ເພື່ອຢັ້ງ​ຢືນ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດນີ້. ຕາມ​ບົດ​ລາຍ​ງານ​ດ້ວຍ​ຫົວ​ຂໍ້​ວ່າ: “ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ຢູ່​ທະ​ເລ​ອາ​ຊີ ປາ​ຊີ​ຟີກ” ຂອງ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ທີ່​ປະ​ກາດ​ໃນ​ຕອນ​ບ່າຍ​ວັນ​ທີ 20/8 ແລ້ວ, ການ​ເຄື່ອນ​ໄຫວ​ຂອງ​ຈີນກໍ່​ສ້າງ​ບັນ​ດາ​ເກາະ​ທຽມ​ຢູ່​ໝູ່​ເກາະ ເຈື່ອງ​ຊາ ບົນ​ທະ​ເລ​ຕາ​ເວັນ​ອອກ ໄດ້​ເພີ່ມ​ຂຶ້ນ​ເກືອບ 50% ເມື່ອ​ທຽບ​ໃສ່​ເດືອນ 5 ຜ່​ານ​ມາ. ຕອນ​ບ່າຍ​ວັນ​ດຽວ​ກັນ, ໂຄ​ສົກ​ສະ​ຖານ​ທູດ​ຈີນ ປະ​ຈຳ ອາ​ເມ​ລິ​ກາ ຢູ​ຫາຍກວານ ໄດ້​ຢືນ​ຢັນ​ວ່າ: ຈີນ ໄດ້​ຢຸດ​ຕິ​ການ​ເຄື່ອນ​ໄຫວກໍ່​ສ້າງ​ເກາະ​ທຽມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ເດືອນ 6 ຜ່​ານ​ມາ.

 

 

ຂ່າວ/ບົດ​ອື່ນ