ອາເມລິກາຄົ້ນພົບຜູ້ ທີ 2 ຕິດໄວຣັດ Ebola


ອາເມລິກາຄົ້ນພົບຜູ້ ທີ 2 ຕິດໄວຣັດ Ebola - ảnh 1

ຕຳຫຼວດ​ຍາມ​ຢູ່​ນອກ​ເຮືອ​ນສ່ວນ​ຕົວ​ຄົນ​ເຈັບ

(ພາບ: AP )

 (vovworld)- ​ ວັນ​ທີ 12/10, ວົງ​ການ​ເຈົ້າໜ້າ​ທີ່​ຂະ​ແໜງ​ສາທາລະນະ​ສຸກ​ອາ​ເມ​ລິ​ກາ ​ໄດ້ຮັບ​ຮູ້​ວ່າ: ປະ​ເທດ​ນີ້​ຫາກໍ່ຄົ້ນພົບຕື່ມ​ອີກ​ຜູ້ 1 ຕິດ​ໄວຣັດ Ebola. ຄົນ​ເຈັບ​ແມ່ນ​ພາລະ​ກອນ​ການ​ແພດເຮັດ​ວຽກຢູ່​ໂຮງໝໍ​ແຫ່ງ 1 ຢູ່​ນະຄອນ Dallas ລັດ Texas. ພາລະ​ກອນ​ການ​ແພດ​ຜູ້​ນີ້​ເຄີຍ​ປິ່ນປົວ​ພະຍາດ​ໃຫ້​ແກ່​ທ່ານ Thomas Duncan ຊາວ Liberia ຖືກຕິດ​ໄວຣັດ Ebola ​ແລະ ​​ໄດ້ເສຍ​ຊີວິດ​ເມື່ອ​ວັນ​ທີ 8/10 ຜ່ານ​ມາ. ວົງ​ການ​ເຈົ້າໜ້າ​ທີ່​ຂະ​ແໜງ​ສາທາລະນະ​ສຸກ​ອາ​ເມ​ລິ​ກາ ຢືນຢັນ​ວ່າ, ປະ​ເທດ​ນີ້ມີ​ລະບົບ​ສົ່ງ​ເສີມ​ສຸຂະພາບ ​ແລະ ມີລະດັບ​ຄວາມ​ຮູ້​ວິທະຍາສາດ​ພຽງພໍ​ເພື່ອ​ສະກັດ​ກັ້ນການ​ແຜ່​ລາມ​ອອກ​ຂອງ​ໄວ​ຮັດ Ebola ຊື່​ງ​ໄດ​້​ເຮັດ​ໃຫ້ 4033 ຄົນ​ເສຍ​ຊີວິດ ​ໃນ​ຈຳນວນ​ຜູ້​ຕິດ​ໄວຣັດທັງ​ໝົດ 8300 ຄົນໃນ 3 ​ເດືອນ​ຜ່ານ​ມາ, ສ່ວນ​ຫຼາຍ​ແມ່ນ​ຢູ່ 3 ປະ​ເທດ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ຄື: ​Liberia, Guineaແລະ Sierra Leone./.

ຂ່າວ/ບົດ​ອື່ນ