ອາເມລິກາຈັດວາງຂໍ້ກຳນົດເຄັ່ງຄັດກ່ວາສຳລັບປະເພດປາໜັງ

ອາເມລິກາຈັດວາງຂໍ້ກຳນົດເຄັ່ງຄັດກ່ວາສຳລັບປະເພດປາໜັງ - ảnh 1
ພາບ​ປະ​ກອບ

(vovworld) –  ​​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ກະ​ກຽມ​ສຸດ​ທ້າຍ, ​ຕາມນັ້ນ​ແລ້ວ​ຈະ​ຈັດ​ວາງ​ຂໍ້​ກຳ​ນົດ​ໃໝ່ທີ່ເຄັ່ງ​ຄັດ​ກ່​ວາ​ສຳ​ລັບ​ສິນ​ຄ້າປະ​ເພດ​ປາ​ໝັງ. ຂໍ້​ກຳ​ນົດ​ໃໝ່​ນີ້​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນ​ດາ​ນັກ​ຊ່ຽວ​ຊານ​ວ່າ: ບໍ່​ພຽງ​ແຕ່ກໍ່​ຄວາມ​ຫຍຸ້ງ​ຍາ​ກ​ສຳ​ລັບ​ບັນ​ດາ​ປະ​ເພດ ປາ​ບາ​ຊາ ຫຼື ປາ​ໜັງ​ຂອງ​ປະ​ເທດຕ່າງໆ, ໃນ​ນັ້ນ​ມີ ຫວຽດ​ນາມ, ​ທີ່ນຳ​ເຂົ້າ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ນັກ​ຜະ​ລິດ​ປະ​ເພດ​ສິນ​ໃນ​ນ້ຳ​ນີ້​ຂອງ ອາ​ເມ​ລິ​ກາ ອີກ​ດ້​ວຍ. ຕາມ​ຂໍ້​ຕົກ​ລົງ​ໃໝ່​ນີ້, ກະ​ຊວງ​ກະ​ສິ​ກຳ ອາ​ເມ​ລິ​ກາ ຈະ​ດຳ​ເນີນ​ການກວດ​ກາ, ຕິດ​ຕາມກວດ​ກາ​ເປັນ​ປະ​ຈຳ​ກ່​ວາ, ຊ້ຳ​ບໍ່​ໜຳ​ເປັນ​ປະ​ຈຳ​ວັນ ແລະ ໂດຍ​ກົງ​ຢູ່​ບັນ​ດາ​ໂຮງ​ງານ​ປຸງ​ແຕ່ງ​ຊີ້ນ ແລະ ສິນ​ໃນ​ນ້ຳ. ບັນ​ດາ​ນັກ​ຜະ​ລິດ​ປາ​ໜັງ​ຂອງ ອາ​ເມ​ລິ​ກາ ອາດ​ຈະ​ແມ່ນ​ບັນ​ດາ​ຜູ້​ທຳ​ອິດປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​​ຍ້ອນ​ຕ້ອງ​ໃຊ້​ຈ່າຍ​ນັບ​ລ້ານ USD ຕື່ມ​ອີກ​ເພື່ອ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ເມື່ອ​ຂໍ້​ກຳ​ນົດ​ນີ້​ໄດ້​ຮັບ​ການ​ຈັດ​ວາງ.


ຂ່າວ/ບົດ​ອື່ນ