ອາເມລິກາ,ຈີນແລະສເກົາຫລີໂອ້ລົມທາງໂທລະສັບຂັ້ນສູງກ່ຽວກັບບັນຫາສປປເກົາຫລີ

ອາເມລິກາ,ຈີນແລະສເກົາຫລີໂອ້ລົມທາງໂທລະສັບຂັ້ນສູງກ່ຽວກັບບັນຫາສປປເກົາຫລີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ
ປະ​ທາ​ນາ​ທິ​ບໍ​ດີ ສ​ເກົ​າຫ​ລີ Park Geun Hye
ພາບ:baotintuc.vn

(vovworld)- ວັນ​ທີ 5/2, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົ​າຫ​ລີ Park Geun Hye ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ຕ່າງ​ຫາກ​ກັບ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຖະ​ແຫລງ​ຍິງ​ດາມ​ທຽມ​ຂອງ ສ​ປ​ປ ເກົາ​ຫລີ. ທຳ​ນຽບ​ຂາວ ຊີ້​ແຈ້ງວ່າ ການ​ນຳ ອາ​ເມ​ລິ​ກາ ແລະ ຈີນ ເຫັນ​ດີ ຄວນ​ມີ​ການ​ກະ​ທຳ​ໂຕ້​ຕອບ​ຢ່າງ​ແຮງ ແລະ ຕ້ອງ​ມີ​ຄ​ວາມສາ​ມັກ​ຄີຂອງ​ປ​ະ​ຊາ​ຄົມ​ສາ​ກົນ​ຕໍ່​ບັນ​ດາ​ການ​ກະ​ທຳ​ຂອງ ສ​ປ​ປ ເກົາ​ຫລີ. ທ່ານ Barack Obama ແລະ ສີ​ຈິ້ນ​ຜິງ ກໍ​ຢືນ​ຢັນ​ວ່າ ອາ​ເມ​ລິ​ກາ ແລະ ຈີນ ຈະ​ມາ​ນະ​ພະ​ຍ​າ​ຍາມ​ເພື່ອ​ໂຕ້​ຕອບ​ບັນ​ດາ​ເຫດ​ຍິງ​ທົດ​ລອງ​ນິວ​ເຄຼຍ ໃນ​ເດືອນ​ກ່ອນ​ຂອງ ພຽງ​ຢາງ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ ວໍ​ຊິງ​ຕັນ ແລະ ປັກ​ກິງ ຈະ​ບໍ່​ຍອມ​ຮັບ ເລື່ອງ ສ​ປ​ປ ເກົາ​ຫລີ ກາຍ​ເປັນ​ປະ​ເທດ​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ.  ໃນ​ວັນ​ດຽວ​ກັນ, ທ່ານ ສິ​ຈິ​້ນ​ຜິງ ກໍ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ. ປະ​ທາ​ນາ​ທິ​ບໍ​ດ​ີ ສ​ເກົາ​ຫລີ ຕີ​ລາ​ຄາ​ວ່າ ການ​ກະ​ທຳ​ຂອງ ພຽງ​ຢາງ ແມ່ນ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ກໍ​ຄື​ທົ່ວ​ໂລກ ແລະ ຮຽກ​ຮ້ອງ​ການ​ຮ່ວມ​ມື​ຕັ້ງ​ຫນ້າ​ຈາກ ປັກ​ກີງ ໃນ​ບັນ​ຫານີ້.

 

ຂ່າວ/ບົດ​ອື່ນ