ອາເມລິກາຈັບຕົວຊາວຕ່າງປະເທດເຂົ້າເມືອງຢ່າງຜິດກົດໝາຍນັບຮ້ອຍຄົນ

ອາເມລິກາຈັບຕົວຊາວຕ່າງປະເທດເຂົ້າເມືອງຢ່າງຜິດກົດໝາຍນັບຮ້ອຍຄົນ - ảnh 1
ອາເມລິກາຈັບຕົວຊາວຕ່າງປະເທດເຂົ້າເມືອງຢ່າງຜິດກົດໝາຍນັບຮ້ອຍຄົນ
(ພາບ: ICE)


(vovworld) - ວັນ​ທີ 11/02, ອົງ​ການ​ຄຸ້ມ​ຄອງ​​ການເຂົ້າ​ອອກ​ເມືອງ ແລະ ພາ​ສີ​ອາ​ເມ​ລິ​ກາ (ICE) ໃຫ້​ຮູ້​ວ່າ, ມີ​​ຊາວ​ຕ່າງ​ປະ​ເທດ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ​ນັບ​ຮ້ອຍ​ຄົນ​ຖືກ​ຈັບ​ຕົວ, ຢ່າງ​ໜ້ອຍ​ສຸດ​ຢູ່ 6 ລັດ​ໃນ​ທົ່​ວ​ປະ​ເທດ​ອາ​ເມ​ລິ​ກາ, ພາຍ​ຫຼັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ປະ​ກາດ​ລັດ​ຖະ​ດຳ​ລັດ​ຊົ່ວ​ຄາວ​ຫ້າມ​ເຂົ້າ​ເມືອງ​ອາ​ເມ​ລິ​ກາ ສຳ​ລັບ​ຊາວລີ້​ໄພ ແລະ ພົນ​ລະ​ເມືອງ​ຂອງ 7 ປະ​ເທດ​ມີ​ຊາວ​ມຸດ​ສະ​ລິມ​ ກວມ​ເອົາ​ເປັນ​ຈຳ​ນວນ​ສ່ວນຫຼາຍ. ​ໂຄ​ສົກ​ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດ​ອາ​ເມ​ລິ​ກາ ໃຫ​້​ຮູ້​ວ່າ, ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ລາຍ​ການກວດ​ກາ​ການ​ເຄື່ອນ​ໄຫ​ວ​ອົບ​ພະ​ຍົບ​ຕາມ​ທຳ​ນຽ​ມ​. ຕາມ​ເຈົ້າ​ໜ້າ​ທີ່​ດັ​່ງ​ກ່າວ​ແລ້ວ, 75% ​ຈຳ​ນວນ​ຜູ້​ຖືກ​ຈັບ​ຕົວ​ແມ່ນອ​າດ​ຊະ​ຍາ​ກຳ​ຮ້າຍ​ແຮງ.
ຂ່າວ/ບົດ​ອື່ນ