ອາເມລິກາຈະໜູນຊ່ວຍ ຫວຽດນາມຮັບມືກັບ ການປ່ຽນແປງຂອງ ດິນຟ້າອາກາດ


ອາເມລິກາຈະໜູນຊ່ວຍ ຫວຽດນາມຮັບມືກັບ ການປ່ຽນແປງຂອງ ດິນຟ້າອາກາດ - ảnh 1

ທ່ານ John Kerry ຢູ່​ກ່າ​ເມົາ 

(ພາບ: danviet.vn)

 (vovworld)- ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ໃນ​ນັ້ນມີ​ສັນຍາ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ເຂດ​ປາຊິ​ຝິກ TPP ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຈຸດ​ສຸມ​ໃນ​ການ​ໄປ​ປະຕິບັດ​ງານ​ຫວຽດນາມ ແຕ່​ວັນ​ທີ 14-17/12 ຂອງ​ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ.

   ວັນ​ທີ 16/12, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານຮອງ​ນາຍົກລັດຖະມົນຕີ ທັງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ,  ​ແລະ​ ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະ ມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ.

  ກ່ອນ​ໜ້ານັ້ນ, ​ໃນວັນ​ທີ 15/12, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ໄປ​ຢ້ຽມຢາມ​ເມືອງ​ຫງອກ​ຫຽນ-​ແຂວງ​ກ່າ​ເມົາ. ນະ​ທີ່​ນີ້, ກ່າວ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​​ໃຫ້​ຮູ້ວ່າ: ອາ​ເມ​ລິ​ກາ ​ໃຫ້​ຄຳໝັ້ນສັນຍາ​ວ່າ ​ໃນ​ເບື້ອງ​ຕົ້ນຈະ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢູ່​ຫວຽດນາມ ດ້ວຍ​ຈຳນວນ​ເງິນ 17 ລ້ານ​ໂດ​ລາ​ສະຫະລັດ./.
ຂ່າວ/ບົດ​ອື່ນ