ອາເມລິກາຊຸກຍູ້ຂໍ້ຕົກລົງສັນຕິພາບ ອິດສະຣາແອນ-ປາແລດສະຕີນ

ອາເມລິກາຊຸກຍູ້ຂໍ້ຕົກລົງສັນຕິພາບ ອິດສະຣາແອນ-ປາແລດສະຕີນ - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃນການເຈລະຈາສັນຕິພາບລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ
(ພາບ: Reuters)

(vovworld) - ທ່ານ​ນາງ Zahava Gal – On, ສະມາຊິກ​ສະພາ​ແຫ່ງ​ຊາດ​ຂັ້ນ​ສູງ​ຂອງ ອິດສະ​ຣາ​ແອນ, ພ້ອມ​ທັງ​ແມ່ນ​ປະທານ​ພັກ​ຝ່າຍ​ຊ້າຍ Meretz, ​ໃຫ້​ຮູ້​ວ່າ:ອຳ​ນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຄາດ​ວ່າ​ຈະ​ຍົກ​ອອກ​ແຜນການ​ສະ​ເພາະ​ທີ່​ກ່ຽວ​ຂ້ອງ​ເຖິງ​ຮ່າງຂໍ້​ຕົກລົງ​ແມ່ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ທີ່​ຕັ້ງບົດບາດ​ຍາວ​ນານ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ. ຕາມ​ນັ້ນ​ແລ້ວ, ອຳນາດ​ການ​ປົກຄອງ Obama ຊຸກຍູ້​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ບາ​ດກ້າວ​ບຸກທະລຸທາງ​ດ້ານ​ການ​ທູດ​ໃນ​ຕົ້ນ​ປີ 2014 ​ແລະ ວໍ​ຊິງ​ຕັນ ຢາກ​ຫັນປ່ຽນ​ບົດບາດ​ສົມທົບ​ລະຫວ່າງ 2 ຝ່າຍ​ເຈລະຈາ​ໄປສູ່​ໄລຍະ​ແຊກ​ແຊງ​ຢ່າງຕັ້ງໜ້າ. ​ແຜນການ​ພົວພັນ​ການ​ທູດ​ໃໝ່, ຄາດ​ວ່າ​ຈະ​​ຍົກ​ອອກ​ມາ​ໃນ​ເດືອ​ນ 1/2014, ຈະ​ລວມມີ​ທຸກໆ​ບັນຫາ​ສຳຄັນ​ໂດຍ​ອີງ​​ໃສ່​ເສັ້ນ​ຊາຍ​ແດນ​ປີ 1967. ​ແຜນການ​ນີ້​ກໍ່​ຈະ​ວາງ​ອອກຕາຕະລາງ​ເພື່ອ​ປະຕິບັດ ​ແລະ ສຸມ​ໃສ່​ເຂົ້າ​ໃນ​ຂໍ້​ລິ​ເລີ່​ມສັນຕິພາບ ອາຣັບ. ນອກຈາກ​ນັ້ນ, ອາ​ເມ​ລິ​ກາ ກໍ່​ຈະ​ສະ​ເໜີ​ແຜນການ​ລົງທຶນ​ທີ່​ມີ​ມູນ​ຄ່າ​ນັບ​ຕື້ USD ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ ປາ​ແລດ​ສະຕີ​ນ.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 4/11, ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ອິດສະຣາ​ແອນ ທ່ານ Ya’akov Amidor ​ໃຫ້​ຮູ້​ວ່າ: ​ເລື່ອງ​ຟື້ນ​ຟູ​ວິວັດ​ການ​ເຈລະຈາ​ສັນຕິພາບ​ກັບ ປາ​ແລດ​ສະຕີ​ນ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ທີ່​ຕັ້ງ​ບົດບາດ​ຂອງ ອິດສະຣາ​ແອນ ​ໃນ​ເວທີ​ສາ​ກົນ, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ: ຖ້າ​ຫາກ​ວິວັດ​ການ​ນີ້​ຖືກ​ປະລາ​ໄຊ ຈະ​ຊຸກຍູ້​ຂະບວນການປະຕິບັດ ອິດສະຣາ​ແອນ ກໍ່​ຄື​ເຮັດ​ໃຫ້​ເພີ່ມທະວີການ​ນີ້​ຕົກ​ຢູ່​ໂດດ​ດຽວ​ຂອງປະເທດນີ້ຫຼາຍກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ