ອາເມລິກາຊົມເຊີຍລັດເຊຍເຂົ້າຮ່ວມການຕິດຕາມກວດກາ

ອາເມລິກາຊົມເຊີຍລັດເຊຍເຂົ້າຮ່ວມການຕິດຕາມກວດກາ - ảnh 1
 ທ່ານ John Kirby, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
(ພາບ: Reuters.)

(vovworld) – ວັນ​ທີ 21/10, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຖະ​ແຫຼງ ຊົມ​ເຊີຍ​ບັນ​ດາ​ຜູ້​ສັງ​ເກດ​ການ ລັດ​ເຊຍ ເຂົ້າ​ຮ່ວມ​ຕິດ​ຕາມກວດ​ກາ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນ​ຕົ້​ນ​ເດືອນ 11 ຈະ​ມາ​ເຖິງ. ທ່ານ John Kirby, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຊີ້​ແຈ້ງວ່າ ວໍ​ຊິງ​ຕັນ ປະ​ກາດ​ກັບ ມົດ​ສ​ະ​ກູ​ ວ່າ: ອາ​ເມ​ລິ​ກາ ຄຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ຜູ້​ສັງ​ເກ​ດ​ການ​ຂອງ​ລັດ​ເຊຍ ​ມາ​ຍັງ​ປະ​ເທດນີ້​ເພື່ອ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 8/11 ຈະ​ມາ​ເຖິງ. ທ່ານ​ຊີ້​ແຈ້ງ​ວ່າບັນ​ດາ​ຜູ້​ສັງ​ເກດ​ການ​ລັ​ດ​ເຊຍ ສາ​ມາດ​ຈົດ​ທະ​ບຽນ​ໂດຍ​ກົງ​ຢູ່​​ແຕ່​ລະ​ລັດ​ຂອງ​ ອາ​ເມ​ລິ​ກາ ເພື່ອ​ໄດ້​ຮັບ​​ອະ​ນຸ​ຍາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ວໍ​ຊິງ​ຕັນ ຈະ​ບໍ່​ຊອກ​ຫາ​ວິ​ທ​ີ​ກີດ​ຂວາງ​ວຽກ​ງານນີ້. ບັນ​ດາ​ຜູ້​ສັງ​ເກດ​ການ​ຂອງ​ລັ​ດ​ເຊຍ ໄດ້​ຮັບ​ການ​ເຊ​ື້ອ​ເຊີນ​ເຂົ້າ​ຮ່ວມ​ຄະ​ນະ​ຕິດ​ຕາມກວດ​ກາ​ຂອງ​ອົງ​ການ​ຮ່ວມ​ມື ແລະ ​ປ​້ອງ​ກັນ​ຄວາ​ມ​ສະ​ຫງົບ ເອີ​ລົບ (OSCE), ​ທີ່ມີ​ໜ້າ​ທີ່​ຕິດ​ຕາມກວດ​ກາ​ບັນ​ດາ​ການ​ເລ​ືອກ​ຕັ້ງ​ຢູ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ​ມີ ອາ​ເມ​ລິ​ກາ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ເຊຍ ປະ​ຕິ​ເສດ​ເຂົ້າ​ຮ່ວມ​ກຸ່ມ​ຕິດ​ຕາມກວດ​ການີ້.


ຂ່າວ/ບົດ​ອື່ນ