ອາເມລິກາຊ່ວຍໜູນຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງດ້ານລັດຖະບານເອເລັກໂຕນິກ

(VOVWORLD) -ຕອນບ່າຍວັນທີ 13 ຕຸລາ,ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຫ້ອງວ່າການລັດຖະບານ ແລະ ອົງການພັດທະນາສາກົນ ອາເມລິກາ (USAID) ກ່ຽວກັບການຜັນຂະຫຍາຍກອບຂໍ້ຕົກລົງຍຸດທະສາດໂຄງການສ້າງຄວາມສາມາດໃນຂົງເຂດ ລັດຖະບານເອເລັກໂຕນິກຂອງຫວຽດນາມ
       ອາເມລິກາຊ່ວຍໜູນຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງດ້ານລັດຖະບານເອເລັກໂຕນິກ - ảnh 1USAID ໝັ້ນໝາຍຊ່ວຍໜູນຫວຽດນາມເພີ່ມທະວີກຳລັງຄວາມສາມາດທາງດ້ານລັດຖະບານເອເລັກໂຕນິກ 

ຕາມນັ້ນແລ້ວ, USAID ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕຽນຢຸງ ຊີ້ແຈ້ງວ່າ :

     “ຫ້ອງວ່າການລັດຖະບານ ແລະ ບັນດາກະຊວງ ຂະແໜງການຂອງຫວຽດນາມສະເໜີສະຖານທູດ ອາເມລິກາ ກໍຄືບັນດາອົງການພັດທະນາສາກົນຂອງ ອາເມລິກາສືບຕໍ່ໃຫ້ການຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ. ຕາມນັ້ນແລ້ວ, ພວກເຮົາຈະເລັ່ງໃສ່ບັນຫາການປະຕິຮູບ, ພິເສດແມ່ນການປະຕິຮູບທາງດ້ານລະບຽບການບໍລິຫານ ເພື່ອສ້າງໃຫ້ມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ຄວາມສາມາດແກ່ງແຍ້ງຂອງຫວຽດນາມໃຫ້ນັບມື້ນັບດີຂຶ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ