ອາເມລິກາຍົກຍ້າຍນັກໂທດຈາກຄຸກGuantanamoເຖິງSenegal

ອາເມລິກາຍົກຍ້າຍນັກໂທດຈາກຄຸກGuantanamoເຖິງSenegal - ảnh 1
ຄຸກ​ Guantanamo
AFP/TTXVN
(vovworld)- ວັນ​ທີ 4/4, ລັດ​ຖະ​ບານ ອາ​ເມ​ລິ​ກາ ປະ​ກາດ​ວ່າ ໄດ້​ຍົກ​ຍ້າຍ ນັກ​ໂທດ 2 ຄົນ​ຈາກ​ຄຸກ​ Guantanamo ເຖິງ Senegal.  ຖະ​ແຫລງ​ການ​ຂອງ​ທຳ​ນ​ຽບ 5 ແຈ ໄດ້​ຊີ້​ແຈ້ງວ່າ ດ້ວຍ​ຄຳ​ຕັດ​ສິນ​ດັ່ງ​ກ່າວ ຄຸກ Guantanamo ຍັງ​ເຫລືອ​ນັກ​ໂທດ 89 ຄົນ​ພວມ​​​ຖືກກັກ​ຂັງ. ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຢືນ​ຢັນ​ວ່າ: ວໍ​ຊິງ​ຕັນ ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ບາດ​ກ້າວ​ເດີນ​ທີ່​ຈຳ​ເປັນ​ເພ່​ືອ​ສາ​ມາດ​ຫລຸດ​ຜ່ອນ​ຈຳ​ນວນ​ນັກ​ໂທດຢູ່​ຄຸກ Guantanamo ລົງ ກໍ​ຄື​ອັດ​ປະ​ຕູ​ຄຸກ​ແຫ່ງນີ້ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ​ພາ​ຍ​ຫລັງ​ ​ ສື່ມວນ​ຊົນ​ອາ​ເມ​ລິ​ກາ ໃຫ້​ຂ່າວ​ວ່າ ພຽງ​ສອງ​ສາມມື້​ທີ່ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ຈະ​ຍົກ​ຍ້າຍ​ນັກ​ໂທດ​ປະ​ມານ ສີບໆ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ