ອາເມລິກາຍົກເລີກສ່ວນໜຶ່ງຄຳສັ່ງຫ້າມຂາຍອາວຸດ ໃຫ້ແກ່ຫວຽດນາມ

ອາເມລິກາຍົກເລີກສ່ວນໜຶ່ງຄຳສັ່ງຫ້າມຂາຍອາວຸດ ໃຫ້ແກ່ຫວຽດນາມ  - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ
ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry)


(vovworld) – ວັນ​ທີ 03/10, ສຳນັກ​ຂ່າວສານ AP ​ໃຫ້​ຂ່າວ​ວ່າ, ອາ​ເມ​ລິ​ກາ ​ໄດ້ຍົກ​ເລີກສ່ວນ​ໜຶ່ງ​ຄຳສັ່ງ​ຫ້າມ​ຂາຍ​ອາວຸດ​ເຂັ່ນ​ຂ້າ​ໃຫ້​ແກ່​ຫວຽດນາມ. ​ແຈ້ງ​ຂ່າວ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Jen Psaki ​ໃຫ້​ຮູ້​ວ່າ, ອາ​ເມ​ລິກາ  ຈະ​ອະນຸຍາດ​ຂາຍ​ບັນດາ​ອຸປະກອນປ້ອງ​ກັນ​ຄວາມ​ສະຫງົບ​​ໃ​ຫ້​ການ​ເດີນ​ທະ​ເລ ​ແລະ ການຕິດຕາມ​ກວດກາ​ໃຫ້​ແກ່​ຫວຽດນາມ ບົນ​ພື້ນຖານ​ພິຈາລະນາ​​ແຕ່​ລະ​ກໍ​ລະ​ນີ. ທ່ານ​ນາງ Jen Psaki ​ເວົ້າ​ວ່າ, ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ຫວຽດນາມ.

        ອາ​ເມ​ລິ​ກາ​ໄດ້​ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ໃຫ້​ຫວຽດນາມ ​ແຕ່​ປີ 1984.

ຂ່າວ/ບົດ​ອື່ນ