ອາເມລິກາ-ຍິ່ປຸ່ນຊຸກຍູ້ ການແກ້ໄຂການພິພາດ ບົນທະເລຕາເວັນອອກ ໂດຍໄວ

ອາເມລິກາ-ຍິ່ປຸ່ນຊຸກຍູ້ ການແກ້ໄຂການພິພາດ ບົນທະເລຕາເວັນອອກ ໂດຍໄວ - ảnh 1

 (ພາບ:baomoi.com )

(vovworld)- ວັນ​ທີ 10/10, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ສືບ​ຕໍ່​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ຊຸກຍູ້​ມາດ​ຕະການ​ທາງ​ການ​ທູດ​ໃຫ້​ແກ່​ບັນດາ​ການ​ພິພາດ​ບົນ​ທະ​ເລ​ຕາ​ເວັນ​ອອກ. ຕອບ​ຄຳ​ຖາມຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນອກ​ກອງ​ປະ​ຊູ​ມຂັ້ນສູງ​ອາຊີ​ຕາ​ເວັນ​ອອກ (EAS) ຄັ້ງທີ 8 ຊື່​ງຫາ​ກໍ່​ອັດ​ລົງ​ຢູ່ ບຣູ​ໄນ, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຊີ້​ແຈ້ງວ່າ:​​ໃນ​ໄລຍະ​ເວລາ​ຍາວ​ນານ, ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແລະ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ທີ່ຖະ​ແຫຼ​ງປະຊາທິປະ​ໄຕບົນ​ທະ​ເລ​ຕາ​ເວັນ​ອອກຕ້ອງ​​ເຮັດ​​ແຈ້ງ​ບັນດາ​ຄຳ​ຮຽກຮ້ອງ​ອະທິປະ​ໄຕຂອງ​ຕົນ ​ແລະ ຕຳ​ຮຽນ​ຮ້ອງ​ນີ້​ຕ້ອງ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ.

   ​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ສະ​ແດງ​ ຄວາມ​ຫວັງ​ວ່າ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ໃນການ​ພິພາດ​ກັນ​ກ່ຽວ​ກັບ​​ເຂດ​ນ່ານທະ​ເລບົນ​ທະ​ເລ​ຕາ​ເວັນ​ອອກຈະ​ສ້າງ COC ຊື່​ງມີ​ລັກສະນະ​ພື້ນຖານ​ດ້ານກ​ົດໝາຍ​ໂດຍ​ໄວ ພ້ອມ​ທັງ​ເນັ້ນໜັກ​ວ່າ: ​ເຂດ​ທະ​ເລ​ນີ້​ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດ້້ວຍກົດໝາຍ ຫາກບໍ່​ແມ່ນດ້ວຍ​ການ​ນຳ​ໃຊ້​ກຳລັງ​ອາວຸດ.

ຂ່າວ/ບົດ​ອື່ນ