ອາເມລິກາຖືວ່າໂລກປອດໄພກ່ວາເມື່ອປະຕິບັດຂໍ້ຕົກລົງນິວເຄຼຍກັບອີຣານ

ອາເມລິກາຖືວ່າໂລກປອດໄພກ່ວາເມື່ອປະຕິບັດຂໍ້ຕົກລົງນິວເຄຼຍກັບອີຣານ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama

(vovworld) – ວັນ​ທີ 17/1, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຢັ້ງຢືນ​ວ່າ: ອາ​ເມ​ລິ​ກາ, ພາກ​ພື້ນ ​ແລະ ​ໂລກ​ຈະ​ມີ​ຄວາມ​ປອດ​ໄພ​ກ່ວາ​ຍ້ອນຂໍ້​ຕົກລົງ​ນິວ​ເຄຼຍທີ່​ຫາ​ກໍ​ສຳ​ເລັດ​ກັບ ອີຣານ. ບົດປ​າ​ໄສ​ຂອງ​ທ່ານ ​ປະທານາທິບໍດີ Barack Obama ຢູ່ທຳນຽບຂາວ​ເມື່ອ​ວັນ​ທີ 16/1 ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ສະກັດ​ກັ້ນ ອີຣານມີ​ອາວຸດ​ນິວ​ເຄຼຍ ​ແລະ ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ບັນລຸ​ໄດ້​ຄວາມ​ກ້າວ​ໜ້າ​ປະຫວັດສາດ​ນີ້​ຜ່ານ​ທາງ​ການ​ທູດ. ທ່ານ​ Barack Obama ກໍ​ຕັກ​ເຕືອນ​ວ່າ: ອາ​ເມ​ລິກາ ຍັງມີ “ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ເລິກ​ເຊິ່ງ” ກັບ ອີ​ຣານ ​ແລະ ຂໍ້​ຕົກລົງ​ນິວ​ເຄຼຍບໍ່​ເພື່ອ​ແນ​ໃສ່​ແກ້​ໄຂ​ທຸກໆ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຢັ້ງຢືນ ວໍ​ຊິງ​ຕັນ ຈະ​ສືບ​ຕໍ່​ຈັດ​ວາງ​ຄຳ​ສັ່ງ​ລົງ​ໂທດ​ທີ່​ແນໃສ່​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ເຕ​ເຮຣານ.


ຂ່າວ/ບົດ​ອື່ນ