ອາເມລິກາປະກາດ ແຜນການຕ້ານກໍ່ການຮ້າຍ

ອາເມລິກາປະກາດ ແຜນການຕ້ານກໍ່ການຮ້າຍ - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama​
ຈະສືບຕໍ່ນຳ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ​ເພື່ອ​ຊອບ​ຫາ​ພວກ​ກໍ່​ການ​ຮ້າຍ (ພາບ: AP)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/5, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama​. ​ໄດ້​ປະກາດ​ຍຸດ​ທະ​ສາດ​ຕ້ານ​ກໍ່​ການ​ຮ້າຍ​ຢ່າງຮອບ​ດ້ານ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ, ​ເຊິ່ງຈຸດ​ສຸມ​ແມ່ນ​ການ​ນຳ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ອັດ​ປະຕູ​ຄຸກ Guantanamo. ປະທານາທິບໍດີ​ Barack Obama​ ​ເນັ້ນ​ໜັກ​ວ່າ, ​ເຖິງ​ວ່າ​ອົງການ​ກໍ່​ການ​ຮ້າຍ​ສາກົນ Al Qaeda ນັບ​ມື້​ນັບ​ອ່ອນ​ເພຍ​ລົງ ​ແລະ ພວມ​ຢູ່​ໃນ​ທ່າ​ແຕກ​ທະລາ​ຍ, ​ແຕ່​ປະ​ເທດ​ອາ​ເມ​ລິ​ກາ​ຍັງ​ສືບ​ຕໍ່​ຖືກ​ຂົ່ມຂູ່, ພິ​ເສດ​ແມ່ນ​ເຫດ​ວາງ​ລະ​ເບີດ​ຫວ່າງ​ແລ້ວ​ນີ້​ຢູ່ Boston. ປະທານາທິບໍດີ​ Barack Obama ຊີ້​ແຈ້ງວ່າ, ອາ​ເມ​ລິ​ກາ​ຈະ​ດັບ​ສູນ Al Qaeda ​ແລະ ບັນດາ​ກຳລັງ​ທີ່​ກ່ຽວຂ້ອງ​ເຖິງ​ອົງການ​ນີ້. ​ແລະ ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ນຳ​ໃຊ້​ຍົນ​ບໍ່​ມີ​ຄົນ​ຂັບ ​ເພື່ອ​ຊອບ​ຫາ​ພວກ​ກໍ່​ການ​ຮ້າຍ. ປະທານາທິບໍດີ​ Barack Obama ​ໃຫ້​ຮູ້​ວ່າ ຄຸກ​ຢູ່ Guantanamo ຕ້ອງ​ອັດ​ປະຕູ ຍ້ອນ​ບໍ່​ຖືກຕ້ອງ​ກັບ​ກົດໝາຍ ​ແລະ ຄ່າ​ໃຊ້​ຈ່າຍ​ສູງ.

ຂ່າວ/ບົດ​ອື່ນ