ອາເມລິກາປະກາດຂໍ້ລິເລີ່ມຄວາມໝັ້ນຄົງການເດີນທະເລໃໝ່ກັບບັນດາປະເທດອາຊຽນ

ອາເມລິກາປະກາດຂໍ້ລິເລີ່ມຄວາມໝັ້ນຄົງການເດີນທະເລໃໝ່ກັບບັນດາປະເທດອາຊຽນ - ảnh 1
ອາເມລິກາປະກາດຂໍ້ລິເລີ່ມຄວາມໝັ້ນຄົງ
ການເດີນທະເລໃໝ່ກັບບັນດາປະເທດອາຊຽນ
(ພາບ: AsiaMaritime)


(vovworld) - ວັນ​ທີ 02/10, ສື່ມວນ​ຊົ​ນ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ​ທີ່ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ - ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ​ຢູ່ Hawaii, ອາ​ເມ​ລິ​ກາ ໄດ້​ປະ​ກາດ “ຂໍ້​ລິ​ເລີ່ມ​​ຄວາມ​ໝັ້​ນ​ຄົງ​ການ​ເດີນ​ທະ​ເລ” ໃໝ່​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ. ຕາມ​ຂ່າ​ວ​ສານ​ອີນ​ເຕ​ີ​ແນັດ “The Diplomat” ແລ້ວ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ໄດ້​ປະ​ກາດ​ບັນ​ດາ​ແຜນ​ການ​ໃນ​ອະ​ນາ​ຄົ​ດ​​ຂອງ​ທຳ​ນຽບ 5 ແຈ ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ວໍ​ຊິງ​ຕັນ ເນັ້ນ​ໜັກ​ວ່າ, ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ - ອາ​ຊຽນ ແມ່ນ​​ພະ​ຍານ​ຫຼັກ​ຖານ​ຊີ້​ໃຫ້​ເຫັນ​ຄວາມ​ສຳ​ຄັນຂອງ​ອາ​ຊຽນ ໃນ​ຍຸດ​ທະ​ສາດ “ສ້າງ​ຄວາມ​ດຸ່ນ​ດ່ຽງ​ຄືນ​ໃໝ່” ໄປ​ສ​ູ່​ອາ​ຊ​ີ - ປາ​ຊີ​ຟິກ ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ກໍ​ຄື​ສຳ​ລັບ​ການ​ເພີ່ມ​ທະ​ວີ​ບັນ​ດາ​ກຳ​ລັງ​ຂອງກອງ​ທັບ​ອາ​ເມ​ລິ​ກາ ໃນ​ອະ​ນາ​ຄົດ. ຕາມ​ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່​ກ່ຽວ​ກັບ​ໝັ້​ນ​ຄົງ​ການ​ເດີນ​​ທະ​ເລ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ Carter ປະ​ກາດ, ອາ​ເມ​ລິ​ກາ ຈະ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບາງ​ເຫດ​ການ​ກັບ​ອາ​ຊຽນ ທີ່ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດນີ້, ໃນ​ນັ້ນ​ມີ​ການ​ເຈ​ລະ​ຈາ​ທາງ​ທະ​ເລ​ອາ​ຊຽນ ແລະ ຝຶກ​ອົບ​ຮົບ​ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວກ​ັບ​​ການ​ເດີນ​ທະ​ເລ…

ຂ່າວ/ບົດ​ອື່ນ