ອາເມລິກາປະກາດຈຸດເວລາຈັດວາງອັດຕາພາສີໃໝ່ສຳລັບສິນຄ້າຂອງຈີນ

(VOVWORLD) -ວັນທີ 07 ສິງຫາ, ລັດຖະບານອາເມລິກາ ປະກາດວ່າ, ຮອບຈັດວາງອັດຕາພາສີລົງໂທດດ້ວຍລະດັບ 25% ຄັ້ງທຳອິດສຳລັບສິນຄ້າຂອງຈີນ ທີ່ມີມູນຄ່າ 50 ຕື້ USD ຈະຖືກຈັດວາງຢ່າງເປັນທາງການແຕ່ວັນທີ 23 ສິງຫາ ຈະມາເຖິງ.
ອາເມລິກາປະກາດຈຸດເວລາຈັດວາງອັດຕາພາສີໃໝ່ສຳລັບສິນຄ້າຂອງຈີນ - ảnh 1(ພາບປະກອບ: EPA)

ແຈ້ງການຂອງຫ້ອງການຜູ້ຕາງໜ້າການຄ້າອາເມລິກາ Robert Lighthizer ຢືນຢັນວ່າ, ການສືບສວນຢ່າງ “ລອບຄອບທີ່ຖ້ວນ” ຂອງອົງການນີ້ໄດ້ຊີ້ໃຫ້ເຫັນວ່າ “ການກະທຳ, ນະໂຍບາຍ ແລະ ວິທີປະຕິບັດຂອງຈີນ ກ່ຽວຂ້ອງເຖິງການຖ່າຍທອດເຕັກໂນໂລຊີ, ຊັບສິນທາງປັນຍາ ແລະ ປ່ຽນໃໝ່ແມ່ນໄຮ້ເຫດຜົນ, ຈຳແນກການປະພຶດ ແລະ ສ້າງຄວາມໜັກໜ່ວງໃຫ້ແກ່ການຄ້າອາເມລິກາ”.

        ຕາມແຈ້ງການແລ້ວ, ໄດ້ມີ 279 ຜະລິດຕະພັນໃໝ່ຂອງຈີນ ຈະຖືກຈັດວາງອັດຕາພາສີດ້ວຍລະດັບ 25% ຄື: ລົດຈັກ, ລົດລາກແກ່, ກົນຈັກ…

ຕອບກັບ

ຂ່າວ/ບົດ​ອື່ນ