ອາເມລິກາປະກາດຮ່າງມະຕິລົງໂທດສປປ.ເກົາຫຼີຢູ່ສະພາຄວາມໝັ້ນຄົງສປຊ

ອາເມລິກາປະກາດຮ່າງມະຕິລົງໂທດສປປ.ເກົາຫຼີຢູ່ສະພາຄວາມໝັ້ນຄົງສປຊ - ảnh 1
ທ່ານ​ນາງ​ເອກ​ອັກ​​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ
ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Samantha Power
(ພາບ: bbc)


(vovworld) –​ ວັນ​ທີ 25/02, ທ່ານ​ນາງ​ເອກ​ອັກ​​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Samantha Power ໃຫ້​ຮູ້​ວ່າ, ທີ່ກອງ​ປະ​ຊຸ​ມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ປະ​ເທດນີ້ ໄ​ດ້​ປະ​ກາດ​ຮ່າງ​ມະ​ຕິ​ຮັດ​ແໜ້ນ​ຄຳ​ສັ່ງ​ລົງ​ໂທດ​ສຳ​ລັບ​ສ​ປ​ປ.ເກົາ​ຫຼີ, ໃນ​ນັ້ນ​ມາດ​ຕະ​ການ​ແຂງ​ແຮງ​ທີ່​ສຸດ​ແມ່ນ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ທຸກ​ໆ​ຖ້ຽວ​ທັງເຂົ້າ​ ແລະ ອອກ​ແດນ​ສປປ.ເກົາ​ຫຼີ ຈະ​ຖື​ກວດ​ກາ. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ນັກ​ຂ່າວ, ທ່ານ​ນາງ Power ໃຫ້​ຮູ້​ວ່າ “ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ​ການ​ຂົນ​ສົ່ງ​ສິນ​ຄ້າ​ທຸກ​ໆ​ຖ້ຽວ​ເຂົ້າ ແລະ ອອກ​​ແດນ ສປປ.ເກົາ​ຫຼີ ຈະ​ຖືກກວດ​ກາ”. ນອກນັ້ນ, ເອ​ກະ​ສານນີ້​ຍັງ​ຈັດ​ວາງຄຳ​ສັ່ງ​ຫ້າມ​ສ​ປ​ປ.ເກົາ​ຫຼີ ສົ່ງ​ອອກ ຖ່ານ​ຫີນ, ແຮ່ໂລ​ຫະ, ຄຳ…; ພ້ອມ​ທັງ​ຫ້າມ​ບັນ​ດາ​ປະ​ເທດ​ສະ​ໜອງ​ເຊື້ອ​​ໄຟ​ທີ່​ນຳ​ໃຊ້​ໃນ​ຂະ​ແໜງ​ການ​ບິນ​ໃຫ້​ປະ​ເທດນີ້. ເອ​ກະ​ສານນີ້ກ​ໍ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດເນລະ​ເທດ​ບັນ​ດາ​ນັກ​ການ​ທູດ​ສ​ປ​ປ.ເກົາ​ຫຼີ ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ​ທີ່​ກ່​ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ…

ຂ່າວ/ບົດ​ອື່ນ