ອາເມລິກາປະຕິບັດມາດຕະການການທູດໃນບັນຫາທະເລຕາເວັນອອກ

ອາເມລິກາປະຕິບັດມາດຕະການການທູດໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ James Mattis, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
(ພາບ: AFP/TTXVN)


(vovworld) - ວັນ​ທີ 4/2, ທ່ານ James Mattis, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ​ປະຈຸ​ບັນ​ຍັງບໍ່​ທັນ​ຕ້ອງການໃຊ້ມາດ​ຕະການ​ດ້ານ​ການ​ທະຫານ​ເພື່ອ​ໂຕ້​ຕອບ​ບັນດາ​ການ​ກະທຳ​ຂອງ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເມື່ອ​ຕອບ​ຄຳ​ຖາມ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ ​ໂຕ​ກຽວ (ຍີ່ປຸ່ນ), ທ່ານ James Mattis ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັນດາ​ການ​ກະທຳ​ຂອງ​ຈີນ​ຢູ່​ເຂດ​ທະ​ເລ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ນີ້​ໄດ້ “ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ“. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ຍັງ​ຊີ້​ແຈ້ງວ່າ, ປະຈຸ​ບັນ, ບຸລິ​ມາ​ສິດ​ຂອງ ອາ​ເມ​ລິ​ກາ​ຍັງ​ຄົງ​ແມ່ນ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຜ່ານ​ບັນດາ​ມາດ​ຕະການ​ດ້ານ​ການ​ທູດ, ຮັກສາ​ການ​ຕິດ​ຕໍ່​ພົວພັນ ​ແລະ “ບໍ່​ທັນ​ຈຳ​ເປັນ​ຕ້ອງ​ມີ​ບັນດາ​ການ​ກະທຳ​ດ້ານ​ການ​ທະຫານ“. ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ, ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ອີກ​ເທື່ອ​ໜຶ່ງກ່ຽວ​ກັບ​ການ​ປ້ອງ​ກັນ​ບັນດາ​ເຂດ​ທີ່​ຂຶ້ນ​ກັບ​ສິດ​ກວດກາ​ຂອງ ຍີ່ປຸ່ນ, ລວມທັງ​ໝູ່​ເກາະ Senkaku, ​ເຊິ່ງ ຈີນ​ເອີ້ນ​ວ່າ ຕຽວອິ້.

ຂ່າວ/ບົດ​ອື່ນ