ອາເມລິກາປະຕິບັດວິໃນ ບັນດາທະຫານຈູດປື້ມຄຳພີ Koran

ອາເມລິກາປະຕິບັດວິໃນ ບັນດາທະຫານຈູດປື້ມຄຳພີ Koran - ảnh 1
ປື້​ມຄຳ​ພີ Koran ຂອງ​ຊາວ​ມຸດ​ສະລີ​ນ
( ພາບ: google.com.vn)

(vovworld) - ວັນ​ທີ 27/8, ກອງທັບ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ ​ໄດ້​ນຳ​ໃຊ້​ບັນດາ​ຮູບ​ການ​ປະຕິບັດ​ວິ​ໃນ​ສຳ​ຫຼັບ​ບັນດາ​ທະຫານ​ອາ​ເມ​ລິ​ກາ​ທີ່ພວມ​ຕັ້ງ​ທັບ​ຢູ່​ອາບ​ກາ​ນິສະຖານ ​ເຊິ່ງ​ໄດ້​ເຂົ້າ​ຮ່ວມ​​ໃນ​ກໍລະນີ​ຈູດ​ປື້​ມຄຳ​ພີ Koran ຂອງ​ຊາວ​ມຸດ​ສະລີ​ນ ​ແລະ ມີ​ການ​ກະທຳ​ບໍ່​ດີ​ທີ່​ມີ​ຕໍ່​ຊາກ​ສົບ​ຂອງ​ບັນດາ​ມື​ປືນ ຕາ​ລີ​ບານ ​ເມື່ອ​ຕົ້ນ​ປີ​ນີ້, ອັນ​ໄດ້​ເຮັດ​ໃຫ້​ຊາວ ອາບ​ກາ​ນິສະຖານ ​ແລະ ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງປາ​ກິ​ສະຖານ​ ຄຽດ​ແຄ້ນທີ່​ສຸດ. ​ກະຊວງ​ປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້​ປະຕິບັດ​ວິ​ໃນ​ສຳ​ຫຼັບທະຫານ​ບົກ 6 ຄົນ ​ແລະ ທະຫານ​ເຮືອ​ສູ້​ຮົບ​​ເທິງ​ບົກ 3 ຄົນ​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ດັ່ງກ່າວ ດ້ວຍ​ເລື່ອງ​ລົດ​ຊັ້ນຕຳ​ແໜ່​ງ ​ແລະ ​ເງິນ​ເດືອນ ​​ແຕ່​ບໍ່​ຍົກ​ຄຳ​ກ່າວ​ປະກາດໂທດອາຍາ​ໃດໆ​ອອກ​ມາ.

ຂ່າວ/ບົດ​ອື່ນ