ອາເມລິກາພົບປະກັບຜູ້ຕາງໜ້າກຸ່ມກະບົດ Houthi ເພື່ອແນໃສ່ຢຸດຕິສົງຄາມຢູ່ Yemen

(VOVWORLD) -ອຳນາດການປົກຄອງອາເມລິກາ ພວມມີການພົບປະກັບຜູ້ຕາງໜ້າກຸ່ມປະກອບອາວຸດ Houthi ໃນຄວາມມານະພະຍາຍາມຢຸດຕິສົງຄາມຢູ່ Yemen.

ວັນທີ 05 ກັນຍາ, ທ່ານ David Schenker, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ ຮັບຜິດຊອບບັນດາບັນຫາໃກ້ກັບເຂດຕາເວັນອອກ (Near East) ໄດ້ຍົກອອກແຈ້ງການດັ່ງກ່າວໃນການໄປຢ້ຽມຢາມ ຊະອຸດີ ອາຣາເບຍ.

        ກ່າວຄຳເຫັນຕໍ່ບັນດານັກຂ່າວຢູ່ Al Kharj, ທ່ານ Schenker ຢັ້ງຢືນວ່າ: “ພວກຂ້າພະເຈົ້າມານະພະຍາຍາມສຸມໃສ່ເຂົ້າໃນວຽກງານຢຸດຕິສົງຄາມຢູ່ Yemen. ພວກຂ້າພະເຈົ້າກໍ່ພວມມີບັນດາການເຈລະຈາເພື່ອຕີລາຄາຄວາມເປັນໄປໄດ້ກັບ Houthi ເພື່ອແນໃສ່ມານະພະຍາຍາມ ແລະ ຊອກຫາມາດຕະການແກ້ໄຂໃນການເຈລະຈາເຊິ່ງ 2 ຝ່າຍຍອມຮັບໃຫ້ແກ່ການປະທະກັນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ