ອາເມລິກາມີຄວາມປະເອີບໃຈກ່ຽວກັບແງ່ຫວັງອິດສະຣາແອນແລະປາແລດສະຕີນບັນລຸຂໍ້ຕົກລົງສັນຕິພາບ

ອາເມລິກາມີຄວາມປະເອີບໃຈກ່ຽວກັບແງ່ຫວັງອິດສະຣາແອນແລະປາແລດສະຕີນບັນລຸຂໍ້ຕົກລົງສັນຕິພາບ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: ສຳນັກຂ່າວສນຊິນຮວາ/TTXVN)


(vovworld) – ວິວັດ​ການ​ເຈລະ​ຈາລະ​ຫວ່າງ ອິດສະຣາ​ແອນ ​ແລະ​ ປາ​ແລດ​ສະຕີ​ນ ຍັງ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຍັງ​ຄົງສືບ​ຕໍ່​ດ້ວຍ​ຄວາມ​ຫວັງ 2 ຝ່າຍ​ຈະ​ຮັດ​ແຄບ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ມຸ່ງ​ໄປ​ເຖິງ​ການ​ເຊັນ​ຂໍ້ຕົກລົງ​ແມ່​ໃຫ້​ສັນຍາ​ສັນຕິພາບ​ສຸດ​ທ້າຍ​ລະຫວ່າງ 2 ປະ​ເທດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຢັ້ງຢືນ​ຄື​ແນວ​ນັ້ນ ​ໃນ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ຢູ່ Jerusalem ພາຍຫຼັງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu. ​ເຖິງ​ວ່າ ບໍ່​ເປີ​ດເຜິ​ຍລາຍ​ລະອຽດ​ໃນ​ຂໍ້​ຕົກລົງ​ແມ່​ເຊິ່ງທ່ານ​ໄດ້​ນຳ​ສະ​ເໜີ​ກັບ​ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Netanyahu ​ແລະ ຂໍ້​ຕົກລົງ​ກັບ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ໃນ​ວັນ​ທີ 3/1 ນີ້​ກໍ່ຕາມ, ​ແຕ່​ກ່ອນ​ການ​ຢ້ຽມຢາມ​ນີ້, ຜູ້​ຊ່ວຍ​ວຽກ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ , ທ່ານ​ນາງ Marie Harf ​ໃຫ້​ຮູ້​ວ່າ: ​ໃນ​ການ​ພົບ​ປະ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ຈະ​ສະ​​ເໜີ​ກັບ​ບັນດາ​ການ​ນຳ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ ກ່ຽວ​ກັບ​ຂອບ​ເຂດ​ຮ່າງ​ສັນຍາ​ສັນຕິພາບ​ສຸດ​ທ້າຍ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ. ​ເນື້ອ​ໃນ​ຂອງ​ຮ່າງ​ສັນຍາ​ນີ້​ລວມມີ​ທຸກ​ບັນຫາ​ທີ່​ພວມ​ກໍ່​ຄວາມ​​ໂຕ້​ຖຽງ​ກັນ​ຄື: ​ເສັ້ນ​ຊາຍ​ແດນ, ກົດ​ລະບຽບ​ສຳລັບ​ນະຄອນ Jerusalem, ຊາວ​ລີ້​ໄຟ ປາ​ແລດ​ສະຕີນ ຢູ່​ບັນດາ​ເຂດ​ດິນ​ແດນ​ຖືກ ອິດສະຣາ​ແອນ ພວມ​ຄວບ​ຄຸມ ​ແລະ ກົນ​ໄກ​ປ້ອງ​ກັນ​ຄວາມ​ສະຫງົບ​ສຳລັບ​​ເຂດ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ພາຍຫຼັງ​ສ້າງ​ຕັ້ງ​ລັດ ປາ​ແລດ​ສະຕີ​ນ ​ເອກະລາດ.


ຂ່າວ/ບົດ​ອື່ນ