ອາເມລິກາມີຄວາມວິຕົກກັງວົນກ່ຽວກັບການແຊກແຊງຂອງຈີນສຳລັບການເຄື່ອນໄຫວສຳຫຼວດແລະຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ
(VOVWORLD) - ບັນດາການກະທຳຂອງຈີນ ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບບັນດາຄຳໝັ້ນສັນຍາຂອງປັກກິງ ກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລ.
ກະຊວງການຕ່າງປະເທດອາເມລິກາ
(ພາບ: Bộ Ngoại giao Mỹ)
|
ວັນທີ 22 ສິງຫາ, ກະຊວງການຕ່າງປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການແຊກແຊງຂອງຈີນ ສຳລັບການເຄື່ອນໄຫວສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດຂອງຫວຽດນາມ ເມື່ອກຸ່ມກ່ຳປັ່ນສຳຫຼວດ ໄຮ໊ຢາງ 8 ຂອງຈີນ ໄດ້ກັບຄືນມາເຂດເສດຖະກິດຈຳເພາະຂອງຫວຽດນາມ. ຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ ເນັ້ນໜັກວ່າ, ບັນດາການກະທຳຂອງຈີນ ໄດ້ຕັ້ງຄຳຖາມຢ່າງເຂັ້ມງວດກ່ຽວກັບບັນດາຄຳໝັ້ນສັນຍາຂອງປັກກິງ ກ່ຽວກັບມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລ. ຕາມກະຊວງການຕ່າງປະເທດອາເມລິກາ ແລ້ວ, ເລື່ອງຈີນ ຜັນຂະຫຍາຍກ່ຳປັ່ນສຳຫຼວດຂຶ້ນກັບກຳມະສິດລັດຖະບານ, ພ້ອມກັບບັນດາກ່ຳປັ່ນປ້ອງກັນຈຳນວນໜຶ່ງທີ່ປະກອບອາວຸດ, ເຂົ້າໄປເຂດທະເລຂອງຫວຽດນາມ ຄືນໃໝ່ ໃນວັນທີ 13 ສິງຫາ ຜ່ານມາ ແມ່ນ “ການກະທຳປີນຂັ້ນໄດຂອງປັກກິງ ໃນຄວາມມານະພະຍາຍາມເພື່ອນາບຂູ່ບັນດາປະເທດທີ່ຖະແຫຼງອະທິປະໄຕ ພວມຂຸດຄົ້ນບັນດາແຫຼ່ງຊັບພະຍາກອນຢູ່ທະເລຕາເວັນອອກ”.
ກ່ອນໜ້ານັ້ນໃນວັນດຽວກັນ, ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ຮຽກຮ້ອງໃຫ້ຈີນ ຢຸດຕິການລະເມີດໃນທັນທີ, ຖອນກ່ຳປັ່ນທັງໝົດອອກຈາກເຂດເສດຖະກິດຈຳເພາະຂອງຫວຽດນາມ.