ອາເມລີກາມີຄຳໝັ້ນສັນຍາຈະຊອກຫາຕົວການໃນເຫດວາງລະເບີດຢູ່ Boston

ອາເມລີກາມີຄຳໝັ້ນສັນຍາຈະຊອກຫາຕົວການໃນເຫດວາງລະເບີດຢູ່ Boston - ảnh 1
ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ
ພາບ:internet

(vovworld)- ຕາມ​ຂ່າວ​ຄາວ​ຫລ້າ​ສຸດ​ຈາກ​ບັນດາ​ນັກ​ສືບສວນ​ອາ​ເມ​ລິ​ກາ​ແລ້ວ, ຫນຶ່ງ​ໃນ​ບັນດາ​ອຸປະ​ກອນ​ລະ​ເບີດ​ໃນ​ເຫດ​ວາງ​ລະ​ເບີດ​​ເປັນ​ສອງ​ຄັ້ງ​ຢູ່​ນະ​ຄອນ Boston ລັດ Massachusett ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/4 ແມ່ນຖືກ​ຕັ້ງ​ໃນ​ໝໍ້​ໃຊ້​ຄວາມດັນ ​ແລະ ຕັ້ງ​ເວລາ​ໃຫ້​ລະ​ເບ​ີດ. ມາ​ຮອດ​ຈຸ​ດ​ເວລາ​ນີ້​ ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ ປະມານ 180 ຄົນ​ຖືກ​ບາດ​ເຈັບ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກັບ​ບັນດາ​ເຈົ້າ​ຫນ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ໃນ​ຕອນ​ເຊົ້າ​ວັນ​ທີ 16/4 ຕາມ​ເວລາ​ທ້ອງ​ຖິ່ນ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຍອມຮັບ​ວ່າ: ບັນດາ​ນັກ​ສືບສວນ​ບໍ່​ທັນ​ຮູ້​ໄດ້​ວ່າ ​ເຫດການ​ວາງ​ລະ​ເບີດ​ດັ່ງກ່າວ​ແມ່ນອົງການ​ກໍ່​ການ​ຮ້າຍ​ຫລື​ບຸກຄົນ​ໃດ​ຫນຶ່ງ​ບໍ່ພໍ​ໃຈ​ຕໍ່​ລະບອບ​ກໍ່​ຂຶ້ນ. ທ່ານ  Rick DesLauriers ນັກ​ສືບສວນ​ຊັ້ນ​ນຳ​ຂອງ​ກົມ​ສືບສວນ​ສະຫະລັດ (FBI) ຖະ​ແຫລ​ງວ່າ:

        “ນີ້​ແມ່ນ​ການ​ສືບສວນ​ມີ​ຂອບ​ຂະຫນາດ​ທົ່ວ​ໂລກ. ພວກ​ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ​ໄປ​ຊອກ​ຫາ​​ຕົວ​ການ​ຢູ່​ທຸກ​ແຫ່ງ​ ​ເພື່ອ​ນຳ​ຜູ້​ມີ​ການ​ກະທ​ຳ​ໂຫດຮ້າຍ​ສາມານ​ຂຶ້ນ​ສານ​ພິພາກສາ.”

        ປະຈຸ​ບັນ ກຳລັງ​ປ້ອງ​ກັນຄວາມ​ສະຫງົບ​​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ, ​ໃນ​ນັ້ນ​ນະຄອນຫລວງ Washington DC ພວມຢູ່​ໃນ​ສະພາວະ​ເຕືອນ​ໄພ​ສູງ​ສຸດ.

​ໃນ​ຂະນະ​ນັ້ນ ບັນດາ​ການ​ນຳ​ເອີ​ລົບ ​ໄດ້​ພ້ອມ​ກັນ​ກ່າວ​ປະນາມ​ການ​ກະທຳ​ກໍ່​ການ​ຮ້າຍ​ດັ່ງກ່າວ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະຫນາ ຊາວ​ນະຄອນ Boston ທຸກ​ຄົນ​ຈະ​ສາມັກຄີກັນເພື່ອຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ນີ້.

 

ຂ່າວ/ບົດ​ອື່ນ