ອາເມລິກາຢືນຢັນການເຈລະຈາກັບລັດເຊຍບໍ່ຖືກຢຸດສະງັກ
ໂຄສົກກະຊວງການຕ່າງປະເທດ ອາເມລິກາ John Kirby
(ພາບ: AFP/TTXVN)
(vovworld) - ວັນທີ 21/12 ອາເມລິກາ ໄດ້ອອກສຽງປະຕິເສດບັນດາຄຳວິຈານຂອງໂຄສົກວັງ Kremlin ທ່ານ Dmitry Peskov ທີ່ຖືວ່າ ບັນດາຊ່ອງເຈລະຈາເກືອບທັງໝົດລະຫວ່າງ ລັດເຊຍ ແລະ ອາເມລິກາ ຖືກຢຸດສະງັກ, ພ້ອມທັງ ຢືນຢັນວ່າ ບໍ່ມີການຢຸດສະງັກໃດໆ ກ່ຽວກັບການເຈລະຈາລະຫວ່າງ 2 ປະເທດ. ໂຄສົກກະຊວງການຕ່າງປະເທດ ອາເມລິກາ John Kirby ຊີ້ແຈ້ງວ່າ: “ຍາກທີ່ຈະຮູ້ໄດ້ຄວາມໝາຍຂອງຄຳວິຈານດັ່ງກ່າວແມ່ນຄືແນວໃດ, ແຕ່ການພົວພັນດ້ານການທູດກັບ ລັດເຊຍ ຍັງຄົງສືບຕໍ່ໃນບັນຫາຕ່າງໆ”. ເຖິງວ່າໄດ້ຍອມຮັບວ່າ ລະຫວ່າງ 2 ຝ່າຍຍັງຄົງມີຄວາມບໍ່ລົງລອຍກັນໃຫຍ່ກ່ຽວກັບບາງບັນຫານີ້, ແຕ່ທ່ານ Kirby ຍັງຢືນຢັນວ່າ “ບໍ່ມີການຢຸດສະງັກໃນການເຈລະຈາໃດໆ”. ຕາມທ່ານ Kirby ແລ້ວ ປະຈຸບັນ ຍັງມີຫລາຍບັນຫາຄວນໄດ້ຮັບການເຈລະຈາ ແລະ ຕິດຕໍ່ລະຫວ່າງ ອາເມລິກາ ແລະ ລັດເຊຍ, ວໍຊິງຕັນ ຍັງຄົງໄດ້ຮັບການປະຕິບັດຜ່ານການເຈລະຈາ.