ອາເມລິກາຢືນຢັນທັດ ສະນະກ່ຽວກັບ ບັນຫາທະເລຕາເວັນອອກ

ອາເມລິກາຢືນຢັນທັດ ສະນະກ່ຽວກັບ ບັນຫາທະເລຕາເວັນອອກ - ảnh 1
(ພາບ: vov.vn)

(vovworld)- ອາ​ເມ​ລິ​ກາ ​ຄັດຄ້ານ​ທຸກ​ການກະທຳບັງຄັບ, ນາບ​ຂູ່ ຫຼືນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ປະຕິບັດ​ຖະ​ແຫຼງການ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຫວັງ​ວ່າ ວິວັດ​ການ​ເຈລະຈາ​ກ່ຽວ​ກັບ ປະມວນຫຼັກການປະພຶດ​ລະຫວ່າງ​ຈີນ ​ແລະ ອາ​ຊຽນ ຈະ​ເລີ່​ມດຳ​ເນີນ​ໂດຍ​ໄວ. ນີ້​ແມ່ນ​ຄຳ​ປະກາດ​ຂອງ​ທ່ານ Joe Yun ຮັກສາ​ການ​ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ ທີ່ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບທະ​ເລ​ຕາ​ເວັນ​ອອກ ທີ່​ຫາ​ກໍ່​ຈັດ​ຂຶ້ນ​ໃນ​ວັນ​ທີ 6/6 ຢູ່​ວໍ​ຊິງ​ຕັນດີຊີ. ທ່ານ Joe Yun ຊີ້​ແຈ້ງວ່າ: ​ອາ​ເມ​ລິ​ກາ​ ບໍ່​ແຊກ​ແຊງ​ເຂົ້າບັນດາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ຜືນ​ແຜ່ນ​ດິນ​, ອະທິປະ​ໄຕ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແຕ່​ມີ​ຄວາມສົນໃຈ​​ເຖິງ​ການ​ແກ້​ໄຂ​ການ​ພິພາດ​​ໃນ​ບັນຫາ​ນີ້ ທ່ານ​ເນັ້ນໜັກ​ວ່າ: ບໍ່​ວ່າຄຳ​ຖະ​ແຫຼ​ງ​ອະທິປະ​ໄຕ​ໃດໆ​ກໍ່​ຕ້ອງ​ອີງຕາມ​ກົດໝາຍ​ສາກົນ. ຕາມຮັກສາ​ການ​ຜູ້​ຊ່ວຍ​ວຽກ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດອາ​ເມ​ລິ​ກາ​ແລ້ວ, ຄວາມ​ສົນ​ໃຈ​ອັນ​ດັບ​ໜຶ່ງ​ຂອງ​ວໍ​ຊິງ​ຕັນ ​ແມ່ນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທີ​ສອງ​ແມ່ນການ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂູດ​ຄົ້ນບັນດາ​ແຫຼ່ງຊັບພະຍາກອນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບໍລິສັດ​ຕ່າງໆ ​ໃນ​ນັ້ນມີ​ບັນດາ​ບໍລິສັດ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ ຄັດຄ້ານ​ທຸກ​ການ​ກະທຳ​ແຕ່ຝ່າຍ​ດຽວ ​ແນໃສ່ປ່ຽນ​ແປງ​ສະພາບການ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ສະພາບ​ການ​ທີ່ຫຼາຍປະ​ເທດ​ພວມ​ປະກາດ​ອະທິປະ​ໄຕ​ຢູ່​ເຂດ​ນີ້:

   “ພວກ​ຂ້າພະ​ເຈົ້າຖື​ວ່າ: ບໍ່​ມີ​ປະ​ເທດ​ໃດ​ໄດ້​ນຳ​ໃຊ້​ບັນດາ​ມາດ​ຕະການ​ບັງຄັບ, ນາບຂູ່, ພິ​ເສດ​ແມ່ນ​ໃຊ້​ກຳລັງ​ອາວຸດ​ເພື່ອ​ປະຕິບັດ​ຖະ​ແຫຼງການອະທິປະ​ໄຕ. ​ແທນ​ໃຫ້​ນັ້ນ, ຝ່າຍ​ຕ່າງໆ​ຕ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິພາບ​ຄື: ການ​ເຈລະຈາ​ທາງ​ການ​ທູດ,  ຜ່ານ​ປະ​ເທດ​ທີ 3 ຫຼືການ​​ຕັດສິນຂອງ​ກຳມະການ​ສາກົນ”.

 

 

 

 

ຂ່າວ/ບົດ​ອື່ນ