ອາເມລິກາຢືນຢັນວ່າ ສ.ເກົາຫຼີແມ່ນຄູ່ຮ່ວມມືຈົ່ງຮັກພັກດີແລະມີຄວາມໄວ້ເນື້ອເຊື່ອໃຈ

(VOVWORLD) - ວັນທີ 10 ສິງຫາ, ລັດຖະບານອາເມລິກາ ໄດ້ຢືນຢັນຄືນໃໝ່ວ່າ ສ.ເກົາຫຼີ ແມ່ນຄູ່ຮ່ວມມືຈົ່ງຮັກພັກດີ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ໃນການປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດທາງທະເລ.

ອາເມລິກາຢືນຢັນວ່າ ສ.ເກົາຫຼີແມ່ນຄູ່ຮ່ວມມືຈົ່ງຮັກພັກດີແລະມີຄວາມໄວ້ເນື້ອເຊື່ອໃຈ - ảnh 1

 (ພາບປະກອບ: AFP)

ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ຫວ່າງແລ້ວນີ້ ທັງ 3 ວິສາຫະກິດຂອງສ.ເກົາຫຼີ ຖືກພົບເຫັນນຳເຂົ້າຖ່ານຫີນ ແລະ ຂາງຂອງສປປ.ເກົາຫຼີ ຢ່າງຜິດກົດໝາຍ, ຕາມນັ້ນແລ້ວອາດຈະລະເມີດບັນດາມະຕິລົງໂທດຂອງສະຫະປະຊາຊາດ. ໂຄສົກກະຊວງການຕ່າງປະເທດອາເມລິກາ ທ່ານນາງ Katina Adams ຊີ້ແຈ້ງວ່າ, ວໍຊິງຕັນ ແລະ ເຊີອຸ່ນ ຮ່ວມມືກັນຢ່າງແໜ້ນແຟ້ນໃນບັນດາບັນຫາສປປ.ເກົາຫຼີ ແລະ ຮັກສາການຕິດຕໍ່ຢ່າງສະໜິດແໜ້ນ ເພື່ອແນໃສ່ໂຕ້ຕອບຕໍ່ບັນຫາສປປ.ເກົາຫຼີ. ທ່ານນາງ Adams ຢືນຢັນວ່າ “ລັດຖະບານສ.ເກົາຫຼີ ໄດ້ເປີດການສືບສວນ” ກ່ຽວກັບບັນຫານີ້.

          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 11 ສິງຫາ, ວົງການເຈົ້າໜ້າທີ່ຍີ່ປຸ່ນ ໃຫ້ຮູ້ວ່າ, ມີຜົນລະເມືອງຄົນໜຶ່ງຂອງປະເທດນີ້ຖຶກຈັບຕົວຢູ່ສປປ.ເກົາຫຼີ ແລະ ໂຕກຽວ ພວມເກັບກຳຂໍ້ມູນຂ່າວສານກ່ຽວກັບເຫດການ. ນີ້ບໍ່ແມ່ນຄັ້ງທຳອິດທີ່ສປປ.ເກົາຫຼີ ຈັບຕົວພົນລະເມືອງຂອງຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ