ອາເມລິກາ-ລັດເຊຍກ້າວເຂົ້າໃກ້ກວ່າກັບຂໍ້ຕົກລົງຕໍ່ກຳນົດເວລາສັນຍາ NEW START

(VOVWORLD) -ກະຊວງການຕ່າງປະເທດລັດເຊຍ ຖະແຫຼງວ່າ, ຈະຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (NEW START) ຕື່ມອີກ 1 ປີ
ອາເມລິກາ-ລັດເຊຍກ້າວເຂົ້າໃກ້ກວ່າກັບຂໍ້ຕົກລົງຕໍ່ກຳນົດເວລາສັນຍາ NEW START - ảnh 1(ພາບປະກອບ: New York Times)

ວັນທີ 20 ຕຸລາ, ກະຊວງການຕ່າງປະເທດລັດເຊຍ ຖະແຫຼງວ່າ, ຈະຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (NEW START) ຕື່ມອີກ 1 ປີ ແລະ ກຽມພ້ອມກັບອາເມລິກາ ຍົກອອກຄຳໝັ້ນສັນຍາດ້ານການເມືອງ “ຢຸດຕິການຜະລິດ” ຈຳນວນຫົວລູກນິວເຄຼຍຂອງທັງ 2 ຝ່າຍໃນປີນີ້. ສິ່ງດັ່ງກ່າວສາມາດປະຕິບັດໄດ້ຖ້າຫາກ ວໍຊິງຕັນ ບໍ່ຍົກອອກຄຳຮ້ຽກຮອງຕື່ມອີກ.

        ພາຍຫຼັງຄຳຖະແຫຼງຂອງຝ່າຍລັດເຊຍ, ທ່ານນາງ Morgan Ortagus, ໂຄສົກກະຊວງການຕ່າງປະເທດອາເມລິກາ ໄດ້ຊົມເຊີຍການກະທຳຂອງລັດເຊຍ, ທ່ານນາງໄດ້ເນັ້ນໜັກວ່າ ອາເມລິກາ ພ້ອມແລ້ວທີ່ຈະພົບປະກັບບັນດາເຈົ້າໜ້າທີ່ລັດເຊຍ ເພື່ອສ້າງຂໍ້ຕົກລົງໃຫ້ສົມບູນແບບ ເພື່ອສາມາດພິສູດໄດ້, ພ້ອມທັງຫວັງວ່າ ລັດເຊຍ ຈະມອບສິດໃຫ້ບັນດານັກການທູດຂອງຕົນເພື່ອເຈລະຈາກ່ຽວກັບບັນຫານີ້.

        ສົນທິສັນຍາ NEW START ໄດ້ລົງນາມເມື່ອປີ 2010 ແລະ ຈະໝົດຜົນສັກສິດໃນເດືອນ ກຸມພາ 2021. ນີ້ແມ່ນສົນທິສັນຍາສະບັບສຸດທ້າຍກຳນົດບັນດາສາງອາວຸດນິວເຄຼຍຍຸດທະສາດຂອງລັດເຊຍ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ