ອາເມລິກາສະເໜີທ່ານJimYongKimດຳລົງຕຳແໜ່ງເປັນປະທານທະນາຄານໂລກອາຍຸການທີສອງ

ອາເມລິກາສະເໜີທ່ານJimYongKimດຳລົງຕຳແໜ່ງເປັນປະທານທະນາຄານໂລກອາຍຸການທີສອງ - ảnh 1
ທ່ານ​ Jim Yong Kim, ປະ​ທານ​ທະ​ນາ​ຄານ​ໂລກ (WB)
(ພາບ: Bloomberg)

(vovworld) – ​ວັນ​ທ​ີ 25/8, ອາ​ເມ​ລິ​ກາ ໄດ້​ສະ​ເໜີ​ທ່ານ​ Jim Yong Kim, ປະ​ທານ​ທະ​ນາ​ຄານ​ໂລກ (WB) ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ທະ​ນາ​ຄານ​ໂລກ ອາ​ຍຸ​ການ​ທີ​ສອງ​ຢ່າງ​ລຽນ​ຕິດ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ທ່ານ Jack Lew, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ໄດ້​ຊ​ີ້​ແຈ້ງວ່າ ອາ​ເມ​ລິ​ກາ ​ໄດ້ສະ​ເໜີ​ໃຫ້​ທ່ານ Jim Yong Kim ເປັນ​ປະ​ທານ WB ອາ​ຍຸ​ການ​ທີ​ສອງ. ທ່ານລັດ​ຖະ​ມົນ​ຕີ Lew ຢັ້ງ​ຢືນ​ໃນ​ອາ​ຍຸ​ການ​ທຳ​ອິດ, ທ່ານ Kim ໄດ້​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ເຄັ່ງ​ຮ້ອນ​ທີ່​ສຸດ​ ​ສຳ​ລັບ​ການ​ພັດ​ທະ​ນາ​ທົ່ວ​ໂລກ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ດ້ວຍ​ບັນ​ດ​າມາດ​ຕະ​ການ​ປ່ຽນ​ໃໝ່​ເພື່ອ​ແນ​ໃສ່​ມາ​ນະ​ພະ​ຍາ​ຍາມ​​ຢຸດ​ຕິ​ສະ​ພາບ​ການ​​ອຶດ​ຫິວທຸກ​ຍາກ, ຄ​ວາມ​ສະ​ເໝີ​ພາບ ແລະ ​ຕ້ານການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ເງິນ ອາ​ເມ​ລິ​ກາ ໄດ​້​ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາ​ດ​ນຳ​ພາ​ຂອງ​ປະ​ທານ WB ໃນ​ການ​ຮັບ​ມື​ກັບ​ບັນ​ດາ​ວິ​ກິດ​ການ​ໃຫຍ່ຫຼວງ, ໃນ​ນັ້ນ​ມີ​ບັ້ນ​ເຄື່ອນ​ໄຫວ​ຕ້ານ​ໂລກ​ພະ​ຍາ​ດ Ebola ໃນ​ທົ່ວ​ໂລກ ແລະ ວິ​ກິດ​ການ​ອົບ​ພະ​ຍົບ​ຢູ່ ເອີ​ລົບ. ພ້ອ​ມ​ກັນ​ນັ້ນ, ທ່ານ Lew ກໍ່ຊົມ​ເຊີຍ​ບັນ​ດາ “ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ” ຂອງ​ທ່ານ Jim Yong Kim ທີ່​ມີ​ຕໍ່​ໂຄງ​ປະ​ກອບ​ຂອງ WB.

        ທ່ານ Jim Yong Kim, ອາ​ຍຸ 56 ປີ, ເປັນ​ຊາວ​ອາ​ເມ​ລິ​ກາ ເຊື້ອ​ຊາດ ​ສ.ເກົາຫຼີ. ທ່ານ​ເຄີຍ​ເປັນ​ທ່ານ​ໝໍ​ກ່ອນ​ທີ່​ກາຍ​ເປັນ​ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ພັດ​ທະ​ນາ ແລະ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ອຳ​ນວຍ​ການ​ໂຄງ​ການ​ຕ້ານ HIV/AIDS ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO).


ຂ່າວ/ບົດ​ອື່ນ