ອາເມລິກາສະໜັບສະໜູນການຮັກສາສັນຕິພາບ,ຄວາມສະຫງົບ,ສະຖຽນລະພາບຂອງອາຊຽນ

ອາເມລິກາສະໜັບສະໜູນການຮັກສາສັນຕິພາບ,ຄວາມສະຫງົບ,ສະຖຽນລະພາບຂອງອາຊຽນ - ảnh 1
ທ່ານ​ລັ​ດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ ​ແລະ ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ
(ພາບປະກອບຈາກ ອິນເຕີເນັດ)


(vovworld) – ຕອນ​ບ່າຍ​ວັນ​ທີ 16/2, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ​ແຕ່​ວັນ​ທີ 15 -17/2, ທ່ານ​ລັ​ດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ລົງ​ຢ້ຽມຢາມ​ຄະນະ​ເລຂາ ອາ​ຊຽນ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ງ. 2 ຝ່າຍ​ໄດ້​ແລ​ກປ່ຽນ​ກ່ຽວ​ກັບ​ບັນດາ​ບັນ​ຫາ 2 ຝ່າຍ, ພາກ​ພື້ນ ​ແລ​ະ ສາກົນ​ທີ່​ຕ່າງ​ຝ່າຍຕ່າງມີ​ຄວາມ​ສົນ​ໃຈ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ອາ​ເມ​ລິ​ກາ - ອາ​ຊຽນ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ຄວາມ​ສະຫງົບປອດ​ໄພ ​ແລະ ສະຖຽນ​ລະ​ພາບຢູ່​ພາກ​ພື້ນ.  ທ່ານ​ເລຂາທິການ​ໃຫຍ່ ​ເລ​​ເລືອ​ງມິ​ງ ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ແລະ ຄູ່​ເຈ​ລະ​ຈາລະ​ຫວ່າງ ອາ​ຊຽນ ​ແລະ ອາເມລິກາ. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ຢັ້ງຢືນ​ຄຳໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ໜູນ​ຊ່ວຍ​ວິວັດ​ການ​ເຊື່ອມ​ໂຍງ​ພາກພື້ນ ​ແລະ ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015. ອາ​ເມ​ລິ​ກາ ສະໜັບສະໜູນ​ຫຼັກ​​ໝັ້ນ​ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມຮັກສາ​ສັນຕິພາບ, ຄວາມ​ສະຫງົບປອດ​ໄພ ​ແລະ ສະຖຽນ​ລະ​ພາບຂອງ ອາ​ຊຽນຢູ່ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາຊີ - ​ປາຊີ​ຟິກ. ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະສັນ​ດ້ວຍ​ວິທີ​ແກ້​ໄຂ​ບັນດາ​ການ​ພິພາດ​ອະທິປະ​ໄຕ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ຜ່ານ​ການ​ໂອ້​ລົມ​ສົນທະນາ, ​ເຈລະຈາ​ສັນຕິພາບ, ບໍ່​ນຳ​ໃຊ້ ​ແລະ ບໍ່​ນາບ​ຂູ່​ນຳ​ໃຊ້​ອາວຸດ.

 

ຂ່າວ/ບົດ​ອື່ນ