ອາເມລິກາສະໜັບສະໜູນຄວາມມານະພະຍາຍາມໄກ່ເກ່ຍປອງດອງຂອງຄູເວດ-ຕວກກີ

(VOVWORLD) - ວັນທີ 9/6, ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເນັ້ນໜັກວ່າ ອາເມລິກາ ສະໜັບສະໜູນຄວາມມານະພະຍາຍາມໄກ່ເກ່ຍປອງດອງຊາດ
ອາເມລິກາສະໜັບສະໜູນຄວາມມານະພະຍາຍາມໄກ່ເກ່ຍປອງດອງຂອງຄູເວດ-ຕວກກີ - ảnh 1  ທ່ານ Rex Tillerson, ລັດຖະມົນຕີການຕ່າງປະເທດ ອາເມລິກາ

ຂອງມະຫາກະສັດ ຄູເວດ Sheikh Sabah Al-Jaber Al-Sabah ເພື່ອນຳມາເຊິ່ງມາດຕະການແກ້ໄຂໂດຍສັນຕິໃຫ້ແກ່ວິກິດການລະຫວ່າງ ກວາຕາ ແລະ ບັນດາປະເທດໃນສະພາຮ່ວມມືເຂດອ່າວ (GCC), ກໍ່ຄືກ້າວໄປເຖິງຍົກເລີກທຸກຮູບການໜູນຊ່ວຍໃຫ້ລັດທິກໍ່ການຮ້າຍ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ຮຽກຮ້ອງທຸກຝ່າຍອຸ່ນອ່ຽນໃຈ ແລະ ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ, ເພື່ອບໍ່ໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ທ່ານຍັງຮຽກຮ້ອງວ່າ, ກວາຕາ ຄວນມີຄວາມຮັບຜິດຊອບຕໍ່ຄວາມວິຕົກກັງວົນຂອງບັນດາປະເທດບ້ານໃກ້ເຮືອນຄຽງທີ່ກ່ຽວຂ້ອງເຖິງບັນຫາຢຸດຕິການໜູນຊ່ວຍດ້ານການເງິນ ແລະ ເນລະເທດບັນດາພາກສ່ວນກໍ່ການຮ້າຍອອກຈາກປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ