ອາເມລິກາສະໜອງບ້ວງເງິນກູ້ຢືມ2ຕື້USDໃຫ້ແກ່ຢູແກຼນ

ອາເມລິກາສະໜອງບ້ວງເງິນກູ້ຢືມ2ຕື້USDໃຫ້ແກ່ຢູແກຼນ - ảnh 1
ພາບ​ປະ​ກອບ

(vovworld) – ​ວັນ​ທີ 13/1, ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ໃນ​ປີ 2015, ອາ​ເມ​ລິ​ກາ ມີ​ແຜນ​ການ​ສະ​ໜອງ​ບ້ວງ​​ເງິນກູ້​ຢື​ມ​​ທີ່​ມີ​ມູນ​ຄ່າ 2 ຕື້ USD ໃຫ້​ແກ່ ຢູ​ແກຼນ. ຕາມ​ແຜນ​ການ​ແລ້ວ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຈະ​ສະ​ໜອງ​ຈ​ຳ​ນວນ​ເງິນ 1 ຕື້ USD ໃນ​ເຄິ່ງ​ຕົ້ນ​ປີ 2015 ແລະ ຈະ​ຝາກ​ຈຳ​ນວນ​ເງິນ​ຍັງ​ເຫຼືອ​ໃນ​ເຄິ່ງ​ທ້າຍ​ປີ ຖ້າ​ຫາກ ຢູ​ແກຼນ ສືບ​ຕໍ່​ສະ​ແດງ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ປະ​ຕິ​ຮູບ​ໂດຍ​ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ອະ​ລັກ​ຂາ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ Jacob Lew ເນັ້ນ​ໜັກ​ວ່າ: ບ້ວງ​ເງິນ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຂອງ ອາ​ເມ​ລິ​ກາ ຈະ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບ້ວງ​ເງິນ​ໜ​ູນ​ຊ່ວຍ​ສາ​ກົນ​ທີ່ໃຫຍ່​ກ່​ວາ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ໂຄງ​ການ​ປະ​ຕິ​ຮູບ​ຂອງ ຢູ​ແກຼນ, ກໍ່​ຄື​ຊ່ວຍ​ປະ​ເທດນີ້​ຟື້ນ​ຟູ​ດ້ານ​ການ​ເງິນ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ເປັນ​ປົກ​ກະ​ຕິ.


ຂ່າວ/ບົດ​ອື່ນ