ອາເມລິກາສະໜອງອາວຸດໃຫ້ກຳລັງລູກຮື້ຂຶ້ນຢູ່ຊີຣີ

ອາເມລິກາສະໜອງອາວຸດໃຫ້ກຳລັງລູກຮື້ຂຶ້ນຢູ່ຊີຣີ - ảnh 1
ກຳລັງ​ລູກ​ຮື້​ຂຶ້ນ​ຢູ່​ຊີຣີ
(ພາບ: Reuters)


(vovworld) – ວັນ​ທີ 12/10, ກອງທັບ​ອາ​ເມ​ລິ​ກາ ​ແຈ້ງ​ໃຫ້​ຊາບວ່າ ກຳລັງ​ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ​ໄດ້​ເລີ່​ມປ່ອຍ​ອາວຸດ​ໃຫ້​ກຳລັງ​ສະຫະ​ພັນ​ອາຣັບ ຊີຣີ (SAC) ທີ່​ພວມ​ຕໍ່ສູ້​ຕ້ານ​ກຸ່ມ​ລັດ​ອິດສລາມ IS ອ້າງ​ຊື່​​ເອງ ຢູ່​ທາ​ງພາກ​ເໜືອຊີຣີ. ​ໂຄສົກ​ທະຫານ​ປະສົມ​ຕ້ານ IS ຢູ່​ອີຣັກ ​ແລະ ຊີຣີ, ພັນ​ເອກ​ກອງທັບ​ອາ​ເມ​ລິ​ກາ ​ Steve Warren, ​ໃຫ​້ຮູ້​ວ່າ, SAC ພວມ​ຕໍ່ສູ້​ຕ້ານ IS ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ ຢູ່ Raqqa ​ແລະ ອາ​ເມ​ລິ​ກາ ພ້ອມ​ກັບ​ທະຫານ​ປະສົມ ອາດ​ຈະ​ດຳ​ເນີນ​ການ​ບຸກ​ໂຈ​ມຕີ​ທາງ​ອາກາດ ​ແນ​​ໃສ່ບັນດາ​ເປົ້າ​ໝາຍຂອງ IS ບົນ​ໜ້າດິນຕາມ​ການຊື້​ຕົວ​​ຂອງ​ບັນດາ​ມື​ປືນ SAC. ​ໂຄສົກ​ທ່ານ​ນີ້​ຍັງ​ໃຫ້ຮູ້​ວ່າ, SAC ພວມ​ປະ​ເຊີນ​ໜ້າ​ກັບ​​ໄພ​ຖືກ​ບຸກ​ໂຈມ​ຕີ ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ລັດ​ເຊ​ຍ ທີ່​ພວມ​ດຳ​ເນີນ​ການ​ຕ້ານ​ IS ​ໃນ​ເຂດດິນ​ແດນ​ຊີຣີ.

ຂ່າວ/ບົດ​ອື່ນ