ອາເມລິກາສະໜອງເງິນ265ລ້ານUSDໃຫ້ປາກິດສຖານເພື່ອຕ້ານກໍ່ການຮ້າຍແລະພວກກະບົດ

ອາເມລິກາສະໜອງເງິນ265ລ້ານUSDໃຫ້ປາກິດສຖານເພື່ອຕ້ານກໍ່ການຮ້າຍແລະພວກກະບົດ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ອາ​ເມ​ລິ​ກາ ​ໄດ້ສະ​ໜອງ​​ເງິນ 265​ ລ້ານ USD​ ​ໃຫ້​ປາ​ກິດສຖານ ໃນ​ປີ​ການ​ເງິນ​ປະຈຸ​ບັນ ຕາມ​ໂຄງການ​ໜູນ​ຊ່ວຍ​​ດ້ານ​ການ​ທະຫານຂອງ​ຕ່າງປະ​ເທດ ​ເພື່ອ​ຊ່ວຍ​ໃຫ້ Islamabad ​ເພີ່ມ​ທະວີ​ຄວາມ​ສາມາດ​ຕ້ານ​ກໍ່​ການ​ຮ້າຍ​ ແລະ​ ຮັບ​ມື​ກັບພວກ​ກະບົດ. ວັນ​ທີ 10/10, ສ່ຶມວນຊົນທາງ​ການ​ຂອງ​ປາ​ກິດສຖານ ​ໄດ້​​ໃຫ້ຂ່າວ​ວ່າ ຈຳນວນ​ເງິນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ປະ​ເທດ​ນີ້​ປົວ​ແປ່​ງກຳລັງ​ຄວາມ​ສາມາດ​ດຳ​ເນີນ​ບັນດາ​ບັ້ນ​ຮົບ​ຮັບ​ມື​ກັບ​ພວກ​ລູກ​ຮື້​ຂຶ້ນ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ເຂົ້າຮ່ວມ​ບັນດາ​ບັ້ນ​​ເຄື່ອນ​ໄຫວ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ທະ​ເລ ​ເພື່ອ​ຮັບ​ມື​ກັບ​​ໂຈນ​ສະ​ລັດ. ​ແຫຼ່ງຂ່າວ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ທ່າ​ນນາຍົກລັດຖະມົນຕີ ປາ​ກິດສຖານ Nawaz Sharif ພວມກະກຽມ​​ໄປຢ້ຽມຢາມ​ອາ​ເມ​ລິ​ກາ ​ໃນ​ວັນ​ທີ 21/10 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ