ອາເມລິກາສ້າງຕັ້ງໜ່ວຍ ງານຕີລາຄາການສືບ ລາຊະການລັບກ່ຽວກັບ ເຫດການນັກສືບ Edward Snowden

ອາເມລິກາສ້າງຕັ້ງໜ່ວຍ ງານຕີລາຄາການສືບ ລາຊະການລັບກ່ຽວກັບ ເຫດການນັກສືບ Edward Snowden  - ảnh 1

(ພາບ:soha.vn)

(vovworld)-​​​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ແກ້​ໄຂ​ເຫດການ​ກ່ຽວຂ້ອງ​ເຖິງອະ​ດີດ​ພະລາກອນ​ອົງການ​ສືບ​ລາຊະການ​ລັບອາ​ເມ​ລິ​ກາ Edward Snowden ຊື່​ງ​ໄດ້​ເຜີ​ຍລັບບັນດາ​ໂຄງການ​ສອດ​ແນມ​​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດ​ອາ​ເມ​ລິ​ກາ ພ້ອມ​ທັງ​ເພີ່ມ​ຄວາມ​ຈະ​ແຈ້ງ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ປະຊາ​ຄົມ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ, ວັນ​ທີ 12/8, ປະທານາທິບໍດີ ອາ​ເມ​ລີ​ກາ B.Obama ​ໄດ້​ອອກ​ຄຳ​ສັ່ງ​ສ້າງຕັ້ງໜ່ວຍ​ງານ​ຕີ​ລາຄາ​ກ່ຽວ​ກັບ​ການ​ສືບ​ລາຊະການ​ລັບ ​ແລະ ​ເຕັກ​ໂນ​ໂລ​ຊີ​ສື່ສານ. ໜ່ວຍ​ງານ​ນີ້​ມີໜ້າ​ທີ່​ສຳຄັນ​ແມ່ນ​ຕີ​ລາຄາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສືບ​ລາຊະການ​ລັບ​ໃນ​ສະພາບ​ແວດ​ລ້ອມ​ໃໝ່​ດ້ວຍ​ຄວາມ​ກ້າວໜ້າ​ຂອງ​ເຕັກ​ໂນ​ໂລ​ຊີ​ສື່ສານ. ປະທານາທິບໍດີ ອາ​ເມ​ລິ​ກາ B.Obama ຢືນຢັນ​ວ່າ: ອາ​ເມ​ລິກາ ດຳ​ເນີນ​ການ​ເກັບ​ກຳ​ຂໍ້​ມູນ​ຂ່າວ​ສືບ​ລາຊະການ​ລັບ​ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງປະ​ເທດ​ຊາດ, ປຊຊ, ບັນດາປະ​ເທດພັນ​ທະ​ມິດ, ຄູ່​ຮ່ວມ​ມື​ຕໍ່ໜ້າ​ບັນດາ​ໄພ​ນາບ​ຂູ່​ຄວາມ​ສະຫງົບ​ປອດ​ໄພ.

 

 

 

 

ຂ່າວ/ບົດ​ອື່ນ