ອາເມລິກາ,ສ.ເກົາຫຼີມານະພະຍາຍາມຊຸກຍູ້ບັນລຸໄດ້ບັນດາມາດຕະການລະອຽດກ່ຽວກັບການປອດອາວຸດນິວເຄຼຍ

(VOVWORLD) -ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຫັນດີນຳກັນຊຸກຍູ້ການພົບປະຂັ້ນສຸດຍອດລະຫວ່າງທ່ານ Trump ແລະ ການນຳສປປ.ເກົາຫຼີ Kim Jong un ໂດຍໄວ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຮັບປະກັນວ່າ ການພົບປະຈະມາເຖິງຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບບັນດາມາດຕະການລະອຽດ ແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີ.

ອາເມລິກາ,ສ.ເກົາຫຼີມານະພະຍາຍາມຊຸກຍູ້ບັນລຸໄດ້ບັນດາມາດຕະການລະອຽດກ່ຽວກັບການປອດອາວຸດນິວເຄຼຍ - ảnh 1 ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: AFP/TTXVN)

ວັນທີ 29 ເມສາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບໃນຕອນຄ່ຳວັນທີ 28 ເມສາ, ທ່ານ Trump ໄດ້ຊົມເຊີຍເລື່ອງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢືນຢັນຄືນໃໝ່ຄາດໝາຍລວມແມ່ນສຳເລັດການປອດນິວເຄຼຍໃນແຫຼມເກົາຫຼີ.

      ແລະກໍ່ໃນວັນດຽວກັນ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ການນຳສປປ.ເກົາຫຼີ Kim Jong un ໄດ້ແຈ້ງໃຫ້ຊາບແຜນການປິດປະຕູເຂດທົດລອງນິວເຄຼຍຂອງປະເທດນີ້ໃນເດືອນພຶດສະພາ ຈະມາເຖິງ. ທ່ານ Kim Jong un ກໍ່ໃຫ້ຮູ້ວ່າ ຈະເຊີນບັນດານັກຊ່ຽວຊານດ້ານປ້ອງກັນຄວາມສະຫງົບ ແລະ ນັກຂ່າວມາສປປ.ເກົາຫຼີ ເພື່ອໄດ້ເຫັນປະຈັກຕາເຫດການດັ່ງກ່າວ. ທ່ານກໍ່ເນັ້ນໜັກວ່າ, ສປປ.ເກົາຫຼີ ບໍ່ຕ້ອງການອາວຸດນິວເຄຼຍ ຖ້າຫາກອາເມລິກາ ສິ້ນສຸດສົງຄາມ ແລະ ໃຫ້ຄຳໝັ້ນສັນຍາບໍ່ເຂົ້າມາຮຸກຮານ.

      ກ່ຽວຂ້ອງເຖິງການພົບປະຂັ້ນສຸດຍອດລະຫວ່າງອາເມລິກາ - ສ.ເກົາຫຼີ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ຄາດວ່າທ່ານຈະພົບປະກັບການນຳສປປ.ເກົາຫຼີ ໃນຮອບເວລາ 3 – 4 ອາທິດຈະມາເຖິງ, ພ້ອມທັງໃຫ້ຮູ້ວ່າ ການພົບປະ “ສຳຄັນທີ່ສຸດ” ດັ່ງກ່າວພວມໄດ້ພິຈາລະນາວີທີການຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ