ອາເມລິກາອະນຸມັດຜ່ານມະຕິ ປົກປັກຮັກສາເຂດລຸ່ມແມ່ນ້ຳຂອງ
ຄະນະກຳມາທິການການຕ່າງປະເທດຂອງສະພາສູງ ອາເມລິກາ ໄດ້ເຫັນດີອະນຸມັດຜ່ານມະຕິ, ໂດຍທ່ານ ສສຊ Jim Webb ອຸປະທູດ, ເຊິ່ງຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງພ້ອມກັນມານະພະຍາຍາມປົກປັກຮັກສາເຂດລຸ່ມແມ່ນ້ຳຂອງ ແລະ ຢຸດການກໍ່ສ້າງເຂື່ອນໄພຟ້ານ້ຳຕົກໃນແນ່ນ້ຳລຳນີ້ຊົ່ວຄາວ. ມະຕິໄດ້ຮຽກຮ້ອງໃຫ້ຜູ້ຕ່າງໜ້າຂອງ ອາເມລິກາ ໃນບັນດາທະນາຄານພັດທະນາສະໜັບສະໜູນການປະຕິບັດບັນດາມາດຖານສິ່ງແວດລ້ອມສາກົນສຳລັບບ້ວງເງິນກູ້ຍື່ມທັງໝົດທີ່ນຳໃຊ້ເຂົ້າໃນຈຸດໝາຍກໍ່ສ້າງເຂື່ອນໄພຟ້ານ້ຳຕົກໃນແມ່ນ້ຳຂອງ. ມະຕິກໍ່ຮຽກຮ້ອງໃຫ້ກຸ່ມຂໍ້ລິເລີ່ມລຸ່ມແມ່ນ້ຳຂອງລົງທຶນໃຫ້ແກ່ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍກວ່າອີກ ແລະ ຊອກຫາມາດຕະການທົດແທນໃຫ້ແກ່ເຂື່ອນໄພຟ້ານ້ຳຕົກ. ມະຕິກໍ່ສົ່ງເສີມບັນດາສະມາຊິກຂອງຄະນະກຳມາທິການແມ່ນ້ຳຂອງເຄົາລົບຂັ້ນຕອນແຫ່ງການທາບທາມຢ່າງເດັດຂາດ ກ່ອນທີ່ກໍ່ສ້າງບັນດາເຂື່ອນໄພຟ້ານ້ຳຕົກ.