ອາເມລິກາຮຽກຮ້ອງເພີ່ມທະວີການຕໍ່ສູ້ຕ້ານIS

ອາເມລິກາຮຽກຮ້ອງເພີ່ມທະວີການຕໍ່ສູ້ຕ້ານIS - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 14/12, ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້ຢືນ​ຢັນ​ຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ດັບ​ສູນ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ, ດ້ວຍ​ຄຳ​ຮຽກ​ຮ້ອງ​ຍູ້​ໄວ​ການ​ສູ້​ຮົບ​ຕ້ານ​ກຸ່ມກໍ່​ການ​ຮ້າຍ IS ນີ້, ພ້ອ​ມ​ທັງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ພັນ​ທະ​ມິດ ເພີ່ມ​ທະ​ວີ​​ການປະ​ກອບ​ດ້ານ​​ກາ​ນທະ​ຫານ​ໃຫ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ກຳ​ລັງ​ທະ​ຫານ​ປະ​ສົມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ທຳ​ນຽບ 5 ແຈ, ທ່ານ Obama ໃຫ້​ຮູ້​ວ່າ ຈະ​ຈັດ​ສົ່ງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ Ashton Carter ໄປ​ຍັງ​ຕາ​ເວັນ​ອອກ​ກາງ ເພື່ອ​ຊອກ​ຫ​າ​​​ແ​ຫຼ່ງ​ໜູນ​ຊ່ວຍ​ດ້ານ​ການ​ທະ​ຫານ ຈາກ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ ໃນ​ການ​ຕໍ່​ສູ້​ຕ້ານ IS. ທ່ານ​ກໍ​ຍອມ​ຮັບ​ວ່າ, ການ​ຕໍ່​ສ​ູ້​ຕ້ານການ​ກໍ່​ການ​ຮ້າຍ​ເວົ້າ​ລວ​ມ ແລະ ຕ້ານ IS ເວົ້າ​ສະ​ເພາະ​ຈະ​ສືບ​ຕໍ່​ຫຍຸ້ງ​ຍາກ​ຂຶ້ນ​ຕື່ມ, ແຕ່​ກໍ​ເນັ້ນ​ໜັກ​ວ່າ ​ກຳ​ລັງທະ​ຫານ​ປະ​ສົມ​ຕ້ອງ​ຍູ້​ໄວ​ວິ​ວັດ​ທະ​ນາ​ການ​ທີ່​ບັນ​ລຸ​ໄດ້ໃນ​ການ​ຕໍ່​ສູ້ນີ້ກວ່າ​ອີກ.

ຂ່າວ/ບົດ​ອື່ນ