ອາເມລິກາເປີດການບໍລິການກຳ່ປັ່ນການຄ້າເຖິງກຸຍບາ

ອາເມລິກາເປີດການບໍລິການກຳ່ປັ່ນການຄ້າເຖິງກຸຍບາ - ảnh 1
(ພາບປະກອບ: CNN)

​(vovworld) – ​ໃນ​ການ​ກະທຳ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຍູ້​​ໄວ​ວິວັດ​ການ​ຫັນ​ການ​ພົວ​ພັນ​ກັບ​ກຸຍ​ບາ ​ເປັນ​ປົກກະຕິ, ວັນ​ທີ 05/05, ​​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ໄລຍະ​ກວ່າ​ເຄິ່ງ​ສະຕະວັດ ເຈົ້າ​ໜ້າ​ທີ່​ປະ​ເທດ​ນີ້​ໄດ້​ອອກ​ໜັງສື​​ອະນຸຍາດ​​ເປີດ​ບັນດາ​ການ​ບໍລິການ​​ກຳ່​ປັ່ນການ​ຄ້າ​ທາງ​ທະ​ເລເຖິງ​ກຸຍ​ບາ. ສຳນັກງານກວດກາ​ຊັບ​ສົມບັດ​ຕ່າງປະ​ເທດ ສັງ​ກັດ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ​ໄດ້​ຕົກລົງ​​ຍົກ​​ເລີກຄຳ​ສັ່ງ​​ເກືອດ​ຫ້າມດັ່ງກ່າວ ​ແລະ ບໍລິ​ສັດ​ການບໍລິ​ການກຳ່​ປັ່ນ​ຂົງສົ່ງ​ທາງ​ທະ​ເລ​ອາ​ເມ​ລິ​ກາ ມີ​ສຳນັກງານ​ຕັ້ງ​ຢູ່ Floria ​ໄດ້​ຮັບ​ໜັງສື​ອະນຸຍາດ​ເປີດ​ບັນດາ​ການ​ບໍ​ລິການກຳ່​ປັ່ນ​ຂົງສົ່ງ​ທາງ​ທະ​ເລ​ເຖິງ​ກຸຍ​ບາ ຢ່າງ​ທັນທີ. ທ່ານ​ຫົວໜ້າ​ບໍລິສັດ Joseph Hinson, ​​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ບາດກ້າວ​ອັນ​ໃຫຍ່​ຫຼວງ, ​ເຖິງ​ວ່າ​ຍັງ​ມີ​ບາງ​ລະບຽບ​ການ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ ກ່ອນ​ທີ່​ກໍ່າ​ປັ່ນ​ຂົນສົ່ງ​ລຳ​ທຳ​ອິດ​ເລີ່​ມ​ເດີນທາງ. ພ້ອມ​ກັນນັ້ນ, ບັນດາ​ກຳ່​ປັ່ນ​ກໍ່​ຈະໄດ້​ຮັບອະນຸຍາດຂົນສົ່ງ​ສິນຄ້າ​ເຖິງ​ກຸຍ​ບາ.

ຂ່າວ/ບົດ​ອື່ນ