ອາເມລິກາແລະກູບາດຳເນີນຮອບເຈລະຈາທີ3ໃນອາທິດໜ້າ


ອາເມລິກາແລະກູບາດຳເນີນຮອບເຈລະຈາທີ3ໃນອາທິດໜ້າ - ảnh 1
ໂຕະ​ເຈ​ລະ​ຈາ​ກ່ຽວກັບ​ສ​້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ຮອບ​ທີ 2
(ພາບ: AFP/TTXVN)

(vovworld) – ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ປະ​ກາດ​ເມື່ອ​ວັນ​ທີ 13/3 ວ່າ: ອາ​ເມ​ລິ​ກາ ແລະ ກູ​ບາ ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ຮອ​ບ​ທີ 3 ກ່ຽວ​ກັບ​ສ້າງ​ກາ​ນ​ພົວ​ພັນ​ເປັນ​ປົກ​ກ​ະ​ຕິໃນ​ຕົ້ນ​ອາ​ທິດ​ໜ້າຢ​ູ່ ລາ​ຮາ​ວານ, ປະ​ເທດ ກູ​ບາ. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮ​ູ້​ວ່າ: ທ່ານ​ນາງ Roberta Jacobson, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ຮັບ​ຜິດ​ຊອບ​ບັນ​​ຫາໜ່ວຍ​ໂລກ​ຕາ​ເວັນ​ຕົກ ຈະ​ເດີນ​ທາງ​ອອກ​ຈາກ ວໍ​ຊິງ​ຕັນ ໄປ​ລາ​ຮາ​ວານ ໃນ​ວັນ​ທີ 15/3 ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ຮອບທີ 3 ກັບ​ທ່ານ​ນາງ Josefina Vidal, ຫົວ​ໜ້າ​ຄະ​ນະ, ຫົວ​ໜ້າ​ກົມ ອາ​ເມ​ລິ​ກາ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ກູ​ບາ. ຮອບ​ເຈ​ລະ​ຈາທີ 3 ຈະ​ເລີ່ມ​ດຳ​ເນີນ​ໃນ​ວັນ​ທີ 16/3 ແລະ ອາດ​ຈະ​ແກ່​ຍາວ​ເປັນ​ເວລາ 2, 3 ວັນ. ຮອບ​ເຈ​ລະ​ຈາ​ໃໝ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຄວາ​ມ​ຫວັງ 2 ປະ​ເທດ​ອາດ​ຈະ​ບັນ​ລຸ​ຈຸດ​ໝາຍ​ເປີດ​ສະ​ຖານ​ທູດຂອງ ວໍ​ຊິ​ງ​ຕັນ ​ປະ​ຈ​ຳ ລາ​ຮາ​ວານ ກ​່ອນ​ທີ່​ຈັດ​ກອງ​ປະ​ຊຸມ​ສຸດຍອດທະ​ວີບ ອາ​ເມ​ລິ​ກາ, ​ທີ່ດຳ​ເນີນ​ໄປ​ຢູ່ Panama ໃນ​ເດືອນ 4 ຈະ​ມາ​ເຖິງ, ເຊິ່ງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ແລະ ປະ​ທານ Raul Castro ລ້ວນ​ແຕ່​ມີ​ແຜນ​ການ​ເຂົ້າ​ຮ່ວມ. ຝ່າຍ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ເຖິງວ່າບໍ່​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂ​າດ​ໃຫ້​ແກ່​ການ​ສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິກໍ່​ຕາມ, ແຕ່ ອາ​ເມ​ລິ​ກາ ພວມ ຕັ້ງ​ໜ້າ​ຄິດ​ໄລ່​ຊັ່ງ​ຊາ​ເພື່​ອ​​ລົບ​ຊື່ ກູ​ບາ ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່ ອຸ​ປະ​ຖຳ​ໃຫ້​ແກ່​ການ​ກໍ່​ການ​ຮ້າຍ.

 



ຂ່າວ/ບົດ​ອື່ນ