ອາເມລິກາແລະຈີນຕຳໜິຕິຕຽນເຊິ່ງກັນແລະກັນຢູ່ເວທີປາໄສ WTO

(VOVWORLD) -ວັນທີ 17 ທັນວາ, ອາເມລິກາ ໄດ້ຕຳໜິຕິຕຽນ “ບັນດາຄວາມຊີນເຄີຍແກ່ງແຍ້ງບໍ່ປອດໄສ” ຂອງຈີນ ໄດ້ສົ່ງຜົນສະທ້ອນທີ່ບໍ່ດີເຖິງບັນດາບໍລິສັດ ແລະ ຄົນງານຕ່າງປະເທດ, ລະເມີດບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO)

ອາເມລິກາແລະຈີນຕຳໜິຕິຕຽນເຊິ່ງກັນແລະກັນຢູ່ເວທີປາໄສ WTO - ảnh 1 ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ WTO Dennis Shea

(ພາບ: Reuters)

ພ້ອມທັງຢືນຢັນວ່າ, ວໍຊິງຕັນ ຈະນຳໜ້າໃນຄວາມມານະພະຍາຍາມປະຕິຮູບລະບອບລະບຽບການຄ້າຫຼາຍຝ່າຍດັ່ງກ່າວ. ກ່າວຄຳເຫັນທີ່ກອງປະຊຸມເຊິ່ງແກ່ຍາວເປັນເວລາ 2 ວັນຢູ່ເຊີແນວ ເພື່ອແນໃສ່ຕີລາຄາຄືນບັນດານະໂຍບາຍດ້ານການຄ້າຂອງອາເມລິກາ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ WTO Dennis Shea ເນັ້ນໜັກວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໃຫ້ຄຳໝັ້ນສັນຍາກັບບັນດາຕະຫຼາດແກ່ງແຍ້ງ ແລະ ການຄ້າເສລີ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ

        ໂດຍຕອບຄືນຄຳຕຳໜິຕິຕຽນຂອງອາເມລິກາ, ຈີນ ກໍ່ອອກສຽງຕຳໜິຕິຕຽນ ບັນດານະໂຍບາຍການຄ້າຂອງອາເມລິກາ ກ່ຽວກັບອາລູມີນຽມ, ເຫຼັກກ້າ ແລະ ຊັບສິນທາງປັນຍາ ພາຍໃຕ້ຂໍ້ອ້າງອີ່ງທີ່ວ່າຄວາມປອດໄພແຫ່ງຊາດ “ໄດ້ເຮັດໃຫ້ໂລກກັບຄືນລັດທິຝ່າຍດຽວ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດຈີນ ຈາງຊຽງເຈີນ ໄດ້ຮຽກຮ້ອງໃຫ້ອາເມລິກາ ມານະພະຍາຍາມປະຕິຮູບ WTO “ຜ່ານການປຶກສາຫາລືບົນພື້ນຖານມີຄວາມຍຸຕິທຳ”.

ຕອບກັບ

ຂ່າວ/ບົດ​ອື່ນ