ອາເມລິກາແລະຈີນບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນດ

ອາເມລິກາແລະຈີນບັນລຸໄດ້ຂໍ້ຕົກລົງຮ່ວມກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນດ - ảnh 1
ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີ້ນຜິງ ​​ເຈລະຈາ​ກັບ​
ທ່ານ​ປະທານາທິບໍດີ​ອາ​ເມລິ​ກາ Barack Obama
(ພາບ: Reuters)


(vovworld) – ວັນ​ທີ 25/09, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈີ້ນຜິງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອາ​ເມລິ​ກາ Barack Obama. ທີ່​ການ​ເຈລະຈາ, ການ​ນຳ 2 ທ່ານ​ໄດ້​ປ​ຶກສາ​ຫາລື​ຫຼາຍ​ບັນຫາ, ​ໃນ​ນັ້ນ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​​ກ່ຽວ​ກັບ​​ເລື່ອງ ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຢຸດຕິ​ບັນດາ​ໂຄງການ​ບຸກ​ໂຈມ​ຕີ​ທາງ​ອີນ​ເຕີ​ແນ​ດ ຍ້ອນ​ຈຸດປະສົງ​ການ​ຄ້າ. ​ແຕ່​ວ່າ, 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວຂ້ອງ​ເຖິງ​ບາງ​ບັນຫາ​ຄື: ການ​ຂັດ​ແຍ້​ງອະທິປະ​ໄຕ ຫຼຶ ສິດທິ​ມະ​ນຸດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະທານາທິບໍດີ Barack Obama ​ໃຫ້​ຮູ້​ວ່າ, 2 ປະ​ເທດ​ບັນ​ລຸ​ໄດ້​ບັນດາ​ຂໍ້​ຕົກລົງ​ລວມກ່ຽວ​ກັບ​ບັນດາ​ໂຄງການ​ໃນ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ດ ກ່ຽວ​ຂ້ອງ​ເຖິງ​ຈຸດປະສົງ​ການ​ຄ້າ. ສ່ວນ​ທ່ານ ສີ​ຈີ້ນຜິງ, ຮັບ​ຮູ້ຂໍ​ຕົກລົງ​ດັ່ງ​ກ່າວ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ບັນດາ​ອົງການ​ມີສິດ​ອຳນາດຂອງ 2 ປະ​ເທດ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມທີ່​ສຳຄັນ​ໃນ​ເລື່ອງ ພ້ອມ​ກັນ​ຕໍ່​ສູ້, ຕ້ານ​ບັນດາ​ອາດຊະຍາ​ກຳທາງ​ອີ​ນ​ເຕີ​ແນດ.

ຂ່າວ/ບົດ​ອື່ນ