ອາເມລິກາແລະຈີນອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຄວາມສະຫງົບປອດໄພດ້ານນິວເຄຼຍ

ອາເມລິກາແລະຈີນອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຄວາມສະຫງົບປອດໄພດ້ານນິວເຄຼຍ - ảnh 1
​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ
Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜີ​ງ
(ພາບ: Reuters)

(vovworld) -  ວັນ​ທີ 31/03, ພາຍ​ຫລັງ​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜີ​ງ ຢູ່ນອກ​ກອງ​ປະຊຸມ​ສຸດ​ຍອດກ່ຽວ​ກັບຄວາມ​ປອດ​ໄພ​ດ້ານນິວ​ເຄຼຍ ​​ເຊິ່ງຈັດ​ຕັ້ງຢູ່​ນະຄອນຫລວງ ວໍ​ຊິງ​ຕັນ, 2 ຝ່າຍ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມືຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ. ຖະ​ແຫຼ​ງການ​ຮ່ວມ​ລວມມີ 10 ຂໍ້. 2 ປະ​ເທດສະ​ແດງ “​​ຄຳ​ໝັ້ນ​ສັນຍາ​ຢ່າ​ງ​ແຂງ​ແຮງ” ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍກ່ຽວກັບ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ນັບ​ທັງ​ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ​ດ້ານ​ນິວ​ເຄຼຍ​ໃນປະຈຸ​ບັນ​ອັດ​ລົງ. ຈີນ ​ແລະ ອາ​ເມ​ລິ​ກາ ​ເຫັນ​ດີ​ເປັນ​ເອກະ​ພາບ​ຮ່ວມ​ມືສຳ​ຫລວດ​ ​ແລະ ສະ​ກັດ​ກັ້ນ​ການຄ້າ​ເຖື່ອນວັດ​ສະດຸນິວ​ເຄຼຍ, ກໍ່​ຄື​ຮ່ວມ​ມື​ໃນ​ບັນ​ດາ​ບັນຫາ​ອື່ນໆ ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ.

        ​ໃນ​ການ​ຜັນ​ແປ​ທີ່​ກ່ຽວຂ້ອງ​, ວັນ​ທີ 31/03, ອາ​​ເມ​ລິ​ກາ ພ້ອມ​ກັບ ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັນ​ຢ່າງ​ແໜ​້ນ​ແຟ້ນ ​ເພື່ອ​ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ ສະຫະ​ປະຊາ​ຊາດ​ເພື່ອ​ຕ້ານ​ບັນດາ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄພ​ນຳ​ວິຖີຂອງ​ສປປ ​ເກົາຫຼີ.

 

ຂ່າວ/ບົດ​ອື່ນ