ອາເມລິກາແລະອີຢູຈັດວາງຄຳສັ່ງລົງໂທດໃໝ່ທີ່ມີຕໍ່ລັດເຊຍ

ອາເມລິກາແລະອີຢູຈັດວາງຄຳສັ່ງລົງໂທດໃໝ່ທີ່ມີຕໍ່ລັດເຊຍ - ảnh 1
ຜູ້ແຫ່ຂະບວນປະທ້ວງ ຢູແກຼນ ຖືກບາດເຈັບ ໃນການປະທະກັນກັບຕຳຫຼວດຢູ່ທາງທິດຕາເວັນອອກຂອງປະເທດ ເມື່ອວັນທີ 28/4
(ພາບ: vtc.vn)

(​vovworld) – ​ວັນ​ທີ 28/4, ອາ​ເມ​ລິ​ກາ ປະກາດ​ຈັດ​ວາງ​ຄຳ​ສັ່ງລົງ​ໂທດ​ເຈົ້າ​ໜ້າ​ທີ່​ລັດຖະບານ ລັດ​ເຊຍ 7 ທ່ານ ​ແລະ ບໍລິສັດ 17 ​ແຫ່ງ​ທີ່​ກ່ຽວຂ້ອ​ງ​ເຖິງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin. ນີ້​ແມ່ນ​ການ​ກະທຳ​ຫຼ້າ​ສຸດ​ຂອງ ອາ​ເມ​ລິ​ກາ ​ເພື່ອ​​ເລັ່ງ​ໃສ່ ລັດ​ເຊຍ ທີ່​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການຢູ່ ຢູ​ແກຼນ. ​ແຈ້ງ​ການ​ຂອງ​ທຳນຽບຂາວ ​ໃຫ້​ຮູ້​ວ່າ: ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ ບໍລິສັດ​ດັ່ງກ່າວຖືກ​ປິດ​ລ້ອມ​ຊັບ​ສົມບັດ​ຢູ່ ອາ​ເມ​ລິ​ກາ ​ແລະ ຫ້າມ​ເຂົ້າປະ​ເທດ​ນີ້, ​ໃນ​ຈຳ​ນວນ​ບັນດາ​ເປົ້າ​ໝາຍ​ຖືກ​ຈັດ​ວາງ​ນັ້ນ ມີ​ທ່ານ Igor Sechin, ການ​ນຳ​ກຸ່ມ​ບໍ​ລິ​ສັດ​ນ້ຳມັນ ອາຍ​ແກ​ດ Rosneft. ນອກ​ຈາກ​ນັ້ນ, ອາ​ເມ​ລິ​ກາ ​ໄດ້​ປະຕິ​ເສດ ​ໃບ​ຂໍອະນຸຍາດ​ສົ່ງ​ອອກ ​​ສິນຄ້າ​ເຕັກ​ໂນ​ໂລ​ຢີສູງທຸກ​ປະ​ເພດທີ່ ອາດ​ຈະ​ໜູນ​ຊ່ວຍ​ຄວາມ​ສາມາດ​ດ້ານການ​ທະຫານ​ຂອງ​ລັດ​ເຊຍ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ປະ​ເທດ​ສະມາຊິກ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ເຫັນ​ດີ​ເຫັນ​ພ້ອມ​ຈັດ​ວາງ​ຄຳ​ສັ່ງລົງ​ໂທດ​ປິດ​ລ້ອມ​ຊັບ​ສົມບັດ ​ແລະ ບໍ່​ອອກວີ​ຊາ​ເຂົ້າ ອາ​ເມ​ລິ​ກາ ສຳລັບຊາວ ລັດ​ເຊຍ ​ແລະ ຢູ​ແກຼນ 15 ຄົນທີ່​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​​ຢູ່ ຢູ​ແກຼນ.

    ປະຕິກິລິຍາ​ຕໍ່ໜ້າ​ການ​ກະທຳ​ດັ່ງກ່າວ​ຂອງ ອາ​ເມ​ລິ​ກາ ​ແລະ ​ອີ​ຢູ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Ryabkov ຖະ​ແຫຼ​ງວ່າ: ລັດ​ເຊຍ ຈະ​ໂຕ້​ຕອບ​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​ສົມ​ເຫດ​ສົມ​ຜົນ.

 



ຂ່າວ/ບົດ​ອື່ນ