ອາເມລິກາແລະອີຢູຈະເຈລະຈາກ່ຽວກັບຮົ້ວກີດຂວາງດ້ານພາສີ

(VOVWORLD) -ວັນທີ 12 ມີນາ, ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດວ່າ, ທ່ານລັດຖະມົນຕີກະຊວງການຄ້າປະເທດນີ້ Wilbur Ross ຈະເຈລະຈາກັບບັນດາຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ກ່ຽວກັບເລື່ອງຫຼຸດຜ່ອນຮົ້ວກີດຂວາງດ້ານພາສີແນໃສ່ສິນຄ້າຂອງອາເມລິກາ.

ອາເມລິກາແລະອີຢູຈະເຈລະຈາກ່ຽວກັບຮົ້ວກີດຂວາງດ້ານພາສີ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: THX/ TTXVN)

ແຈ້ງການດັ່ງກ່າວເຊິ່ງທ່ານປະທານາທິບໍດີ Donald Trump ຍົກອອກມາ ພາຍຫຼັງບັນດາການເຈລະຈາຢູ່ບຣຸກແຊນ, ປະເທດແບນຊິກ ລະຫວ່າງບັນດາວົງການເຈົ້າໜ້າທີ່ການຄ້າອີຢູ ແລະ ອາເມລິກາ ທີ່ບໍ່ບັນລຸໄດ້ຄວາມຄືບໜ້າໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນກ່ຽວກັບພາສີນຳເຂົ້າໃໝ່ຂອງອາເມລິກາ ແນໃສ່ບັນດາປະເພດສິນຄ້າເຫຼັກກ້າ ແລະ ອາລູມີນຽມ. ໃນສື່ສັງຄົມ Twitter, ທ່ານ Trump ຊີ້ແຈ້ງວ່າ ທ່ານລັດຖະມົນຕີກະຊວງການຄ້າ Wilbur Ross ຈະແລກປ່ຽນກັບບັນດາຜູ້ຕາງໜ້າອີຢູ ກ່ຽວກັບເລື່ອງຍົກເລີກບັນດາຮົ້ວກີດຂວາງດ້ານພາສີໃຫຍ່ ເຊິ່ງເອີລົບ ນຳໃຊ້ເພື່ອຕ້ານອາເມລິກາ. ທ່ານເນັ້ນໜັກວ່າ, ບັນດາມາດຕະການນີ້ແມ່ນບໍ່ສະເໝີພາບສຳລັບບັນດາຊາວກະສິກອນ ແລະ ຜູ້ຜະລິດຂອງອາເມລິກາ.

        ແລະກໍ່ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໃຫ້ຮູ້ວ່າ, ເອີລົບ ຕ້ອງກຽມພ້ອມໃນການຕອບໂຕ້ຂໍ້ຕົກລົງຈັດວາງພາສີພຽງລຳພັງຝ່າຍດຽວຈາກອາເມລິກາ, ແຕ່ຍັງຫວັງວ່າຈະເຈລະຈາກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ