ອາເມລິກາແລະອີຢູມຸ່ງໄປເຖິງຂໍ້ຕົກລົງດ້ານການຄ້າໃນໄລຍະຍາວ

(VOVWORLD) -ວັນທີ 10 ກັນຍາ, ຜູ້ຕາງໜ້າຂັ້ນສູງດ້ານການຄ້າຂອງສະຫະພາບເອີລົບ (ອີຢູ) ທ່ານນາງ Cecilia Malmstrom ແລະ ຄູ່ຕຳແໜ່ງອາເມລິກາ Robert Lighthizer ໄດ້ມີການພົບປະກັນຢູ່ບຣຸກແຊນ, ປະເທດແບນຊິກ, ເລີ່ມເຄື່ອນໄຫວບັນດາຄວາມມານະພະຍາຍາມລວມ ມຸ່ງໄປເຖິງຂໍ້ຕົກລົງລະອຽດໃນໄລຍະຍາວ.

ນີ້ແມ່ນການພົບປະຄັ້ງທຳອິດລະຫວ່າງເຈົ້າໜ້າທີ່ 2 ທ່ານດັ່ງກ່າວ ນັບແຕ່ເມື່ອທ່ານປະທານາທິບໍດີອາເມລິກາ Donald Trump ນາບຂູ່ຈັດວາງອັດຕາພາສີສຳລັບລົດໂອໂຕນຳເຂົ້າຈາກອີຢູ. ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງການພົບປະ, ທ່ານນາງ Malmstrom ໃຫ້ຮູ້ວ່າ, ການພົບປະແມ່ນກາລະໂອກາດທຳອິດເພື່ອໃຫ້ 2 ຝ່າຍປະຕິບັດສຳເລັດທຸກຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງທ່ານ D.Trump ແລະ ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker ກ່ອນນີ້ 2 ເດືອນ. ທ່ານນາງຊີ້ແຈ້ງວ່າ, ທີ່ການພົບປະ, ບັນດາເຈົ້າໜ້າທີ່ອາເມລິກາ ແລະ ອີຢູ ໄດ້ປຶກສາຫາລືບັນດາມາດຕະການແນໃສ່ເພື່ອຊຸກຍູ້ຂໍ້ຕົກລົງກໍ່ຄືບັນດາໝາກຜົນຕົງຈິງໃນໄລຍະສັ້ນ ແລະ ໄລຍະກາງ, ພ້ອມທັງກຳນົດບັນດາບຸລິມະສິດ. 2 ຝ່າຍໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ພົວພັນກັນຢ່າງແໜ້ນແຟ້ນໃນຊຸມອາທິດຈະມາເຖິງ, ດ້ວຍແຜນການພົບປະຄັ້ງໃກ້ສຸດລະຫວ່າງທ່ານນາງ Malmstrom ແລະ ທ່ານ Lighthizer ໃນທ້າຍເດືອນກັນຍາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ